ສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳ
  • ໜ້າຫຼັກ
  • ກ່ຽວກັບ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຂະແໜງການຂອງ ສຄອ.ສຂ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ດຳລັດ ສຄອ
  • ບໍລິການ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ເຊົ່າຫ້ອງປະຊຸມ
  • ສະມາຊິກ
    • ລາຍຊື່ສະມາຊິກ ສຄອ.ສຂ
      • ລາຍຊື່ສະມາຊິກປີ 2019
      • ລາຍຊື່ສະມາຊິກປີ 2020
      • ລາຍຊື່ສະມາຊິກປີ 2021
      • ລາຍຊື່ສະມາຊິກປີ 2022
    • ລາຍຊື່ກຸ່ມ ແລະ ສະມາຄົມ
      • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
      • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
      • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
      • ສະມາຄົມ ຂົນສົ່ງສິນຄ້າ
      • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
  • ຂ່າວ ແລະ ກິດຈະກໍາ
    • ຂ່າວສານ
    • ກິດຈະກໍາ
    • ແຈ້ງການ
  • ສບວ.ສຂ
    • ຄວາມເປັນມາ ສບວ.ສຂ
    • ການບໍລິການຂອງ ສບວ.ສຂ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
      • ບໍລິການຝຶກອົບຮົມ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການດ້ານການຕະຫຼາດ
    • ກອງທຶນສົ່ງເສີມວິສາຫະກິດ
    • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
  • ຕິດຕໍ່ສອບຖາມ
  • ດາວໂຫຼດ
  • ເວັບລີ້ງ

ການສົ່ງເສີມ

    Home ການສົ່ງເສີມ

    ເສດຖະກິດໂດຍລວມຂອງແຂວງສະຫວັນນະເຂດ

    ໃນປີ 2022, ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍຕໍ່ຫົວຄົນຢູ່ໃນລະດັບ 25.573.699 ກີບຕໍ່ຄົນ ຫຼື ເທົ່າກັບ 1.827 ໂດລາຕໍ່ຄົນ ບົນພື້ນຖານອັດຕາແລກປ່ຽນ 14.000 ກີບຕໍ່ໂດລາ ແລະ ຈຳນວນພົນລະເມືອງລວມ 1.083.992 ຄົນ, ດ້ວຍອັດຕາການເຕີບໂຕປະມານ 7,16%. ໃນນັ້ນ ໂຄງປະກອບເສດຖະກິດເຫັນວ່າ

    • ຂະແໜງກະສິກໍາ-ປ່າໄມ້ : ກວມ 31,21%, ອັດຕາການເຕີບໂຕປະມານ 4,80%. ພົ້ນເດັ່ນກວ່າຫມູ່ແມ່ນ ການຜະລິດເຂົ້າ, ອ້ອຍ, ມັນຕົ້ນ, ຢາງພາລາ ແລະ ສັດລ້ຽງ
    • ຂະແໜງອຸດສາຫະກໍາ : ກວມ 37,20%, ອັດຕາການເຕີບໂຕປະມານ 9,60%, ໂດຍສະເພາະການຂະຫຍາຍຕົວຂອງ ພາກສ່ວນອຸດສາຫະກຳບໍ່ແຮ່, ອຸດສາຫະກຳໃນເຂດເສດຖະກິດພິເສດ ແລະ ອຸດສາຫະກຳປຸງແຕ່ງທົ່ວໄປ.
    • ຂະແໜງບໍລິການ : ກວມ 31,59%, ອັດຕາການເຕີບໂຕ 6,08%. ພົ້ນເດັ່ນກວ່າໝູ່ແມ່ນ ການບໍລິການໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ, ການຄ້າຂາຍຍົກແກັດ-ຂາຍຍ່ອຍ, ໂທລະຄົມມະນາຄົມ ແລະ ການສື່ສານ, ການຂົນສົ່ງ ແລະ ລາຍຮັບພາສີ

    ທ່າແຮງບົ່ມຊ້ອນຂອງແຂວງສະຫວັນນະເຂດ

    • ຂະແໜງກະສິກໍາ-ປ່າໄມ້:
      1. ທົ່ວແຂວງມີໂຄງການຊົນລະປະທານທັງໝົດ 417 ແຫ່ງ, ປະກອບມີ: ລະບົບຈັກສູບນ້ຳ 160 ແຫ່ງ, ອ່າງເກັບນ້ຳ 145 ແຫ່ງ ແລະ ຝາຍນ້ຳລົ້ນ + ປະຕູນ້ຳ + ນ້ຳລິນ 112 ແຫ່ງ
      2. ສາມຕົວເມືອງເຄິ່ງທົ່ງພຽງ-ເຄິ່ງພູດອຍ, ເນື້ອທີ່ລວມປະມານ 407.220 ເຮັກຕາ, ເໝາະສໍາລັບການປູກພືດອຸດສາຫະກຳ ປະເພດ: ກ້ວຍ, ຢາສູບ, ຢາງພາລາ, ໝາກມັງກອນ, ໝາກກ້ວຍ, ໝາກນ໋ອດ ແລະ ໝາກມີ້ ເປັນຕົ້ນ
      3. ສອງຕົວເມືອງພູດອຍ ຕິດຊາຍແດນຫວຽດນາມ, ເນື້ອທີ່ລວມປະມານ 518.300 ເຮັກຕາ, ມີທ່າແຮງໃນການປູກກ້ວຍ, ຊາ, ພິກໄທ, ຢາງພາລາ, ກາເຟ, ໝາກມີ້ ແລະ ອື່ນໆ
    • ຂະແໜງອຸດສາຫະກໍາ:
      ອີງຕາມການສໍາຫຼວດແຮງງານປີ 2022 ແຮງງານອາຍຸແຕ່ 15-60 ປີ, ມີປະມານ 674.715 ຄົນ ( ຊາຍ 334.726 ຄົນ ) ກວມ 63,23% ຂອງປະຊາກອນທັງມົດ, ສະເພາະແຮງງານທີ່ອາໃສຢູ່ໃນນະຄອນໄກສອນ ພົມວິຫານ ແລະ 4ເມືອງອ້ອມຂ້າງ ມີປະມານ 293.362 ຄົນ ກວມ 48,03% ຂອງແຮງງານທົ່ວແຂວງມີເຂດເສດຖະກິດພິເສດ ເຊັ່ນ:

    ຈຸດ

    ປະເພດການລົງທຶນ ເນື້ອທີ່ ຮຕ

    A

    ການບໍລິການ, ການຄ້າ

    297

    B, B1

    ການຜະລິດ ແລະ ການບໍລິການ, ເຂດອຸດສາຫະກຳ

    273

    C

    ອຸດສາຫະກຳການຄ້າ, ການບໍລິການ 234

    D

    ເຂດທີ່ພັກອາໃສ 88

    ເຂດການຄ້າຊາຍແດນ

    ເຂດອຸດສາຫະກໍາ, ການຄ້າ, ກະສິກຳ, ບໍລິການ ແລະ ໂລຈິດສ໌ຕິກ

    4,000

    • ຂະແໜງບໍລິການ :
      ເປັນແຂວງໃຈກາງທາງຜ່ານ ທີ່ນອນຢູ່ໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ( EWEC ). ມີເຊໂນ ( SENO ) ເປັນຈຸດຕັດລະວ່າງທາງຍຸດທະສາດເລກ9 ( ເຊື່ອມໂຍງຕາເວັນອອກ-ຕາເວັນຕົກ ) ກັບເສັ້ນທາງຫຼວງແຫ່ງຊາດເສັ້ນທີ 13  ( ເຊື່ອມໂຍງແຕ່ເໜືອ-ໃຕ້ )

      1. ມີສະໝາມບິນສາກົນ ເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ. ປັດຈຸບັນໄດ້ໃຫ້ບໍລິການສາຍການບິນ ທີ່ມາຈາກນະຄອນຫຼວງວຽງຈັນ, ນະຄອນປາກເຊ ແລະ ປະເທດໄທ
      2. ມີແຫຼ່ງທ່ອງທ່ຽວທາງທຳມະຊາດ 79 ແຫ່ງ
      3. ມີແຫຼ່ງທ່ອງທ່ຽວປະຫວັດສາດ 11 ແຫ່ງ
      4. ມີແຫຼ່ງທ່ອງທ່ຽວທາງວັດທະນະທຳ 32 ແຫ່ງ

    ຂົງເຂດທີ່ຕ້ອງການລົງທຶນຂອງພາກເອກະຊົນໃນຕໍ່ໜ້າ

    • ດ້ານການຜະລິດກະສິກໍາ:
      1. ໂຄງການສ້າງຕັ້ງຟາມລ້ຽງສັດ: ງົວ, ຄວາຍ, ແບ້, ໝູ, ປາ, ໄກ່, ເປັດ…
      2. ໂຄງການປູກພືດຜັກອິນຊີ, ພືດອໍການິກສົ່ງອອກ
      3. ໂຄງການປູກໝາກບົວ ແລະ ປຸງແຕ່ງຜະລິດຕະພັນໝາກບົວ
      4. ໂຄງການສົ່ງເສີມການປູກເຂົ້າກຳ ເພື່ອການສົ່ງອອກ
      5. ໂຄງການສົ່ງເສີມການປູກກາເຟ, ຊາ, ພິກໄທ ຢູ່ຂດເມືອງເຊໂປນ
      6. ໂຄງການສົ່ງເສີມການປູກໄມ້ໃຫ້ໝາກ: ໝາກກ້ຽງ, ໝາກນາວ, ໝາກມີ້, ໝາກມັງກອນ
      7. ໂຄງການສົ່ງເສີມການປູກສາລີສະໜອງແກ່ໂຮງງານອາຫານສັດ
    • ດ້ານອຸດສາຫະກໍາ, ຫັດຖະກໍາ ແລະ ປຸງແຕ່ງ:
      1. ໂຄງການສ້າງຕັ້ງໂຮງງານຜະລິດຫົວອາຫານສັດ
      2. ໂຄງການສ້າງຕັ້ງໂຮງງານຜະລິດປຸ໋ຍຊີວະພາບ
      3. ໂຄງການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນຢາງພາລາ
      4. ໂຄງການສ້າງຕັ້ງຟາມລ້ຽງງົວພັນລູກປະສົມ ແລະ ສົ່ງເສີມການລ້ຽງງົວຂຸນເພື່ອສົ່ງອອກ
      5. ໂຄງການຜະລິດອາຫານສຳເລັດຮູບຈາກກະສິກຳ
      6. ໂຄງການຜະລິດວັດສະດຸຫຸ້ມຫໍ່ຕ່າງໆ
      7. ໂຄງການສ້າງຕັ້ງໂຮງງານຜະລິດເກີບ ແລະ ເຄື່ອງນຸ່ງຮົ່ມ
      8. ໂຄງການຜະລິດປະກອບເຄື່ອງມື ແລະ ກົນຈັກຮັບໃຊ້ໃນການເຮັດກະສິກຳ
      9. ໂຄງການຜະລິດເຄື່ອງໃຊ້ສອຍດ້ວຍເຊຣາມິກ
      10. ໂຄງການຜະລິດເຄື່ອງໃຊ້ສອຍຈາກພຣາດສະຕິກ ແລະ ແກ້ວ
      11. ໂຄງການຜະລິດ ແລະ ປະກອບເຄື່ອງໄຟຟ້າ
      12. ໂຄງການຜະລິດສາຍໄຟຟ້າ
      13. ໂຄງການສວນກະສິກຳທັນສະໄໝ
    • ດ້ານການບໍລິການ:
      1. ໂຄງການກໍ່ສ້າງສູນສັບພະສິນຄ້າ
      2. ໂຄງການໂຮງແຮມລະດັບ 4-5 ດາວ
      3. ໂຄງການພັດທະນາແຫຼ່ງທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ຢູ່ເຂດທີ່ມີທ່າແຮງ
      4. ໂຄງການໂຮງໝໍສາກົນ ລະດັບ 100 ຕຽງຂຶ້ນໄປ
      5. ໂຄງການສູນຝຶກວິຊາຊີບ ສ້າງບຸກຄະລາກອນ ເພື່ອສະໜອງໃຫ້ໂຮງຈັກໂຮງງານຢູ່ເຂດອຸດສາຫະກຳ

    ນະໂຍບາຍສົ່ງເສີມການລົງທຶນຢູ່ແຂວງສະຫວັນນະເຂດ

    • ນະໂຍບາຍຍົກເວັ້ນອາກອນກໍາໄລ:
      ເຂດທີ 01: ໄດ້ຮັບການຍົກເວັ້ນໃນໄລຍະ 10 ປີ, ຖ້າເປັນກິດຈະກຳສົ່ງເສີມຈະໄດ້ຮັບການຍົກເວັ້ນອາກອນກຳໄລ ຕື່ມອີກ 5 ປີ
      ເຂດທີ 02: ໄດ້ຮັບການຍົກເວັ້ນໃນໄລຍະ 4 ປີ, ຖ້າເປັນກິດຈະກຳສົ່ງເສີມຈະໄດ້ຮັບການຍົກເວັ້ນອາກອນກຳໄລ ຕື່ມອີກ 3 ປີ
    • ນະໂຍບາຍຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ:
      1. ການນໍາເຂົ້າວັດຖຸປະກອນ ທີ່ບໍ່ສາມາດສະໜອງ ຫຼື ຜະລິດໄດ້ໃນ ສປປ ລາວ ເພື່ອສ້າງເປັນຊັບສົມບັດຄົງທີ່ ແລະ ພາຫານະກົນຈັກຮັບໃຊ້ການຜະລິດທາງກົງ
        ຈະໄດ້ຮັບການຍົກເວັ້ນພາສີ ແລະ ເສຍອາກອນມູນຄ່າເພີ່ມ; ສ່ວນການນຳເຂົ້ານ້ຳມັນເຊື້ອໄຟ, ອາຍແກັສ, ນ້ຳມັນຫຼໍ່ລື້ນ, ພາຫານະຮັບໃຊ້ວຽກງານບໍລິຫານ ແລະ ວັດຖຸປະກອນອື່ນ ແມ່ນປະຕິບັດກົດໝາຍກ່ຽວຂ້ອງ.
      2. ການນໍາໃຊ້ວັດຖຸດິບ. ແຮ່ທາດ. ວັດຖຸປະກອນ ແລະ ສິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດເພື່ອສົ່ງອອກຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມໃນກໍລະນີສິນຄ້າດັ່ງກ່າວບໍ່ສົ່ງອອກ ໃຫ້ເກັບພາສີ, ອາກອນ ຕາມກົດໝາຍທີ່ກ່ຽວຂ້ອງກໍານົດ.
      3. ການນໍາໃຊ້ວັດຖຸດິບ. ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ຢູ່ພາຍໃນທີ່ຮັບໃຊ້ການຜະລິດ ເປັນຜະລິດຕະພັນສໍາເລັດຮູບ ຫຼື ເຄິ່ງສໍາເລັດຮູບ ເພື່ອສົ່ງອອກຖືກຍົກເວັ້ນອາກອນມູນຄ່າເພີ່ມ
    • ນະໂຍບາຍຍົກເວັ້ນການເກັບຄ່າເຊົ່າ ຫຼື ຄ່າສຳປະທານທີ່ດິນຂອງລັດ:
      ເຂດທີ 01:   ໄດ້ຮັບການຍົກເວັ້ນໃນໄລຍະ 10 ປີ, ຖ້າເປັນກິດຈະກໍາສົ່ງເສີມຈະໄດ້ຮັບການຍົກເວັ້ນຕື່ມອີກ 5 ປີ
      ເຂດທີ 02:   ໄດ້ຮັບການຍົກເວັ້ນໃນໄລຍະ 5 ປີ, ຖ້າເປັນກິດຈະກຳສົ່ງເສີມຈະໄດ້ຮັບການຍົກເວັ້ນຕື່ມອີກ 3 ປີ
    • ນະໂຍບາຍພິເສດ ສໍາລັບການລົງທຶນໃນຂົງເຂດການທ່ອງທ່ຽວແບບອະນຸລັກ ທຳມະຊາດ:
      ເຂດປ່າໂຄກ 5 ເມືອງຄື: ເມືອງຊົນນະບູລີ, ເມືອງທ່າປາງທອງ, ເມືອງພີນ, ເມືອງພະລານໄຊ ແລະ ເມືອງສອງຄອນ.
    • ນະໂຍບາຍສົ່ງເສີມການລົງທຶນພາຍໃນເຂດເສດຖະກິດພິເສດ
      1. ຍົກເວັ້ນພາສີ-ອາກອນ ການນຳເຂົ້າວັດຖຸອຸປະກອນ, ວັດຖຸດິບ ແລະ ຜະລິດຕະພັນເຄິ່ງສໍາເລັດຮູບ ທີ່ນຳໃຊ້ເຂົ້າໃນການດຳເນີນກິດຈະການ ( ການຜະລິດ, ການກໍ່ສ້າງອາຄານ, ໂຮງງານ, ລະບົບພື້ນຖານໂຄງລ່າງ ແລະ ອື່ນໆ…)
      2. ຍົກເວັ້ນອາກອນມູນຄ່າເພີ່ມ ສຳລັບການນຳເຂົ້າວັດຖຸດິບພາຍໃນເພື່ອນຳມາປຸງຕ່ງ ແລະ ຜະລິດເປັນຜະລິດຕະພັນສົ່ງອອກ ແລະ ຍົກເວັ້ນພາສີ-ອາກອນ ສໍາລັບຜະລິດຕະພັນສົ່ງອອກຕ່າງປະເທດ.
      3. ໄລຍະຍົກເວັ້ນອາກອນລາຍໄດ້: ໄດ້ຮັບການຍົກເວັ້ນອາກອນກຳໄລແຕ່ 2-10ປີ ນັບແຕ່ປີມີກຳໄລເປັນຕົ້ນໄປ. ອັດຕາອາກອນກຳໄລ: ເກັບໃນອັດຕາ 8-10% ພາຍຫຼັງສິ້ນສຸດໄລຍະຍົກເວັ້ນ. ອາກອນລາຍໄດ້ສ່ວນບຸກຄົນ: ເກັບໃນອັດຕາດຽວ 5% ສໍາລັບບໍລິສັດທີີ່່ມີ 2 ຂາຮຸ້ນຂຶ້ນໄປ.
      4. ນະໂຍບາຍການເຊົ່າສຳປະທານທີ່ດິນ: ຜູ້ລົງທຶນສາມາດເຊົ່າທີ່ດິນຢູ່ໃນ ຂສພ.ສຂ ໄດເຖິງ 75 ປີ ແລະ ສາມາດຕໍ່ໄດ້. ກໍລະນີເຊົ່າແຕ່ 30 ປີຂຶ້ນໄປ ແມ່ນຍົກເວັ້ນຄ່າເຊົ່າແຕ່ 12 ປີ.
    • ຂັ້ນຕອນອະນຸມັດການລົງທຶນຢູ່ແຂວງຕາມກົດໝາຍຕົວຈິງ
      1. ກິດຈະກຳທົ່ວໄປ ( ບໍ່ນອນໃນບັນຊີຄວບຄຸມ ) 10 ວັນ 05 ວັນ
      2. ກິດຈະການຄວບຄຸມ 30 ວັນ 20 ວັນ
      3. ກິດຈະການສຳປະທານ 65 ວັນ 45 ວັນ

    ສຳລັບຄ່າໃຊ້ຈ່າຍໃນການຂໍອະນຸຍາດລົງທຶນ ແມ່ນອີງຕາມລັດຖະບັນຍັດ ວ່າດ້ວຍການເກັບຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມີຖຸນາ 2021.

    ກ່ຽວກັບພວກເຮົາ

    • ຂະແໜງການຂອງ ສຄອ.ສຂ
    • ດຳລັດ ສຄອ
    • ຂ່າວສານ
    • ກິດຈະກໍາ

    ບໍລິການ

    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫລ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ

    ທີ່ຢູ່ ແລະ ຕິດຕໍ່

    ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ
    ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ

    ການຕິດຕໍ່
    ໂທ: 856 41 253326 ແຟັກ: 856 41 253326
    ອີເມວ: savannakhet.lao@gmail.com
    Facebook: SavannaketCCI
    Website: www.svk.laocci.com

    ຜູ້ເຂົ້າຊົມເວັບໄຊ

    • 0
    • 0
    • 11
    • 54
    • 1,446
    • 2,870
    ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ | ພັດທະນາໂດຍ: X-Service
    • Jobs
    • ການສົ່ງເສີມ
    • ການບໍລິການ ຂອງ ສຄອ.ສຂ
      • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
      • ກອງທຶນສົ່ງເສີມວິສາຫະກິດ
      • ບໍລິການດ້ານການຕະຫຼາດ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການຝຶກອົບຮົມ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
    • ກິດຈະກໍາ
    • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
    • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
    • ຂໍ້ມູນການລົງທຶນ
    • ຂໍ້ມູນແຂວງສະຫວັນນະເຂດ
    • ຂະແໜງການຂອງ ສຄອ.ສຂ
    • ຂ່າວສານ
    • ຄວາມເປັນມາ ສບວ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I – VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ II
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ III
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ IV
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ V
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VI
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VIII
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ສບວ.ສຂ
    • ສະພາການຄ້າ ແລະ ອຸດສາຫະກຳແຂວງ
    • ສະມາຄົມ ຂົນສົ່ງສິນຄ້າ
    • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ດາວໂຫຼດ
    • ດຳລັດ ສຄອ
    • ຕິດຕໍ່ສອບຖາມ
    • ບົດລາຍງານ
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ລາຍຊື່ສະມາຊິກ
    • ລາຍຊື່ສະມາຊິກປີ 2019
    • ລາຍຊື່ສະມາຊິກປີ 2020
    • ລາຍຊື່ສະມາຊິກປີ 2021
    • ລາຍຊື່ສະມາຊິກປີ 2022
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ
    • ໜ້າຫຼັກ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
    • ເວັບລີ້ງ
    • ແຈ້ງການ
    • ໂຄງຮ່າງການຈັດຕັ້ງຂອງ ສຄອ.ສຂ ຊຸດທີ VIII
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
    ສະພາການຄ້າ ແລະ ອຸດສາຫະກຳ
    • ←
    • Facebook
    • Facebook Messenger