ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມງານໂດຍ ພະນະທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານເຈົ້າແຂວງ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງພາກລັດ ແລະ ບັນດາເອກອັກຄະລະຖະທູດ, ທຸຕານຸທູດ, ທູດຕາງໜ້າ, ຕາງໜ້າອົງການ ຈັດຕັ້ງສາກົນ, ຄະນະບໍລິຫານງານ ສຄອຊ, ຕາງໜ້າທຸລະກິດ ພ້ອມທັງບັນດາສະມາຊິກ ຂອງ ສຄອຊ
ເຈົ້າພາບຮ່ວມຫຼັກຂອງງານຜະລິດຕະພັນລາວ 2024ນີ້ ແມ່ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນນະເຂດ ເປັນເຈົ້າພາບຮ່ວມຫຼັກຂອງງານ ພາຍໃນງານ ແມ່ນມີການວາງສະແດງ ສິນຄ້າຈາກຫຼາຍແຂວງ ລວມໝົດມີ 150 ບໍລິສັດ ແລະ ມີທັງໝົດ 201 ຫ້ອງວາງສະແດງ, ລວມມູນຄ່າສິນຄ້າທີ່ນຳມາວາງສະແດງ ຫລາຍກວ່າ 9.000.000.000 ກີບ (ເກົ້າຕື້ກີກ່ວາກີບ) ໂດຍມີຫລາກຫລາຍສິ້ນຄ້າທີ່ມາຈາກຫຼາຍຂະແໜງການດັ່ງນີ້:
ງານຜະລິດຕະພັນລາວ 2024 ຖືໄດ້ວ່າເປັນກິດຈະກໍາ ທີ່ສໍາຄັນອັນໜຶ່ງຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິງນອນໃນເສົາຄໍ້າທີ່ 3 ຂອງ (ສຄອຊ) ວ່າດ້ວຍການພັດທະນາສົ່ງເສີມຜະລິດຕະພັນລາວ, ຍີ່ຫໍ້ລາວ ແລະ ການບໍລິໂພກ ຜະລິດຕະພັນລາວ







