ສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳ
  • ໜ້າຫຼັກ
  • ກ່ຽວກັບ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຂະແໜງການຂອງ ສຄອ.ສຂ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ດຳລັດ ສຄອ
  • ບໍລິການ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ເຊົ່າຫ້ອງປະຊຸມ
  • ສະມາຊິກ
    • ລາຍຊື່ສະມາຊິກ ສຄອ.ສຂ
      • ລາຍຊື່ສະມາຊິກປີ 2019
      • ລາຍຊື່ສະມາຊິກປີ 2020
      • ລາຍຊື່ສະມາຊິກປີ 2021
      • ລາຍຊື່ສະມາຊິກປີ 2022
    • ລາຍຊື່ກຸ່ມ ແລະ ສະມາຄົມ
      • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
      • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
      • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
      • ສະມາຄົມ ຂົນສົ່ງສິນຄ້າ
      • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
  • ຂ່າວ ແລະ ກິດຈະກໍາ
    • ຂ່າວສານ
    • ກິດຈະກໍາ
    • ແຈ້ງການ
  • ສບວ.ສຂ
    • ຄວາມເປັນມາ ສບວ.ສຂ
    • ການບໍລິການຂອງ ສບວ.ສຂ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
      • ບໍລິການຝຶກອົບຮົມ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການດ້ານການຕະຫຼາດ
    • ກອງທຶນສົ່ງເສີມວິສາຫະກິດ
    • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
  • ຕິດຕໍ່ສອບຖາມ
  • ດາວໂຫຼດ
  • ເວັບລີ້ງ

ສບວ.ສຂ

    Home ສບວ.ສຂ

    ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງສະຫວັນນະເຂດ (ສບວ.ສຂ)

    ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ
    ໂທ: 856 41 253326 ແຟັກ: 856 41 253326
    ອີເມວ: savannakhet.lao@gmail.com
    Facebook: SavannaketCCI
    Website: www.svk.laocci.com

    ບໍລິການ

    1. ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
    2. ບໍລິການຝຶກອົບຮົມ
    3. ບໍລິການດ້ານຈັບຄູ່ທຸລະກິດ
    4. ບໍລິການດ້ານການຕະຫຼາດ
    5. ກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າຫາແຫຼ່ງທຶນຂອງລັດຖະບານ
    6. ກອງທຶນສົ່ງເສີມ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນການເຂົ້າຫາແຫຼ່ງທຶນ ດອກເບ້ຍ 6% ຂອງ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ

    ຄວາມເປັນມາຂອງ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ (ສບວ.ສຂ)

    ສູນ​ບໍ​ລິ​ການ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງ​ສະ​ຫວັນ​ນະ​ເຂດ (ສບວ.ສ​ຂ)
    Savannakhet Provicial SME Service Center

    ສູນ​ບໍ​ລິ​ການ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງສະ​ຫວັນ​ນະເ​ຂ​ດ  ເປັນ​ການ​ຮ່ວມ​ມື ລະ​ຫວ່າງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ກັບ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ​ສະ​ຫວັນ​ນະ​ເຂດ  ເພື່ອ​ໃຫ້​ບໍ​ລິ​ການ ແກ່​ຜູ້​ປະ​ກອບ​ການ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງ ຢູ່​ພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ.  ໂດຍ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຈາກ​ການ​ນຳ​ຂັ້ນ​ແຂວງ ແລະ   ລະ​ຫວ່າງສູນ​ບໍ​ລິ​ການ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງ  ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 29/10/2020, ຫ້ອງ​ການ​ຕັ້ງ​ຢູ່ ເຮືອນ​ເລກ​ທີ 305, ຖະ​ໜົນ​ອຸ​ດົມ​ສິນ ນະ​ຄອນ​ໄກ​ສອນ​ພົມ​ວິ​ຫານ ແຂວງ​ສະ​ຫວັນ​ນະ​ເຂດ ມີ​ຫ້ອງ​ການປະ​ຈຳ ຢູ່ກັບ ຫ້ອງ​ການ​ຂອງ ສ​​ຄອ.ສ​ຂ

    ຕິດ​ຕໍ່​ປະ​ສານ​ງານ 041 253 325/253 326  , Email: SavanSSC@gmail.com

    ໂຄງຮ່າງການຈັດຕັ້ງ ຂອງ ສູນບໍລິການວິສາຫະກິດຂະນາດນ້ອຍ ແລະ ກາງແຂວງ

    1. ສບວ.ສ​ຂ ປະ​ກອບ​ມີ ຄະ​ນະ​ຊີ້​ນຳ​ລວມ ຈາກພາກ​ລັດ ແລະ ພາກ​ທຸ​ລະ​ກິດ 08 ທ່ານ
    2. ຄະ​ນະ​ບໍ​ລິ​ຫານ​ງານ ສບວ.ສ​ຂ   23 ທ່ານ ( ຄະ​ນະ​ຈາກ​ພາກ​ລັດ ແລະ ສະ​ຖາ​ບັນ​ການ​ສຶກ​ສາ 07 ທ່ານ ແລະ ພາກ​ທຸ​ລະ​ກິດ ແລະ ກຸ່ມ/ສະ​ມາ​ຄົມ 13 ທ່ານ)
    3. ຄະ​ນະປະ​ທານ/ຄະ​ນະ​ປະ​ຈຳ ຕາງ​ໜ້າ​ຈາກ​ພາກ​ທຸ​ລະ​ກິດ (ປ່ຽນ​ຜຽນ​ກັນ​ປະ​ຈຳ​ການ)
    4. ກອງ​ເລ​ຂາ 03 ທ່ານ (ອຳ​ນວຍ​ການ​ສູນ 01 ທ່ານ ແລະ ວິ​ຊາ​ການ 02 ທ່ານ)

    ແຜນວາດໂຄງຮ່າງການຈັດຕັ້ງ

    ການບໍລິການ ຂອງ ສບວ.ສຂ

    ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທືນ

    1. ສູນ​ບໍ​ລິ​ການ​ວິ​ສາ​ຫະ​ກິດ​ຂະ​ນາດ​ນ້ອຍ ແລະ ກາງ​ແຂວງ ​ມີ​ພະ​ນັກ​ງານ ປະ​ຈຳ ເພື່ອ​ໃຫ້​ການ​ບໍ​ລິ​ການ​ທາງ​ດ້ານ​ຂໍ້​ມູນ​ຂ່າວ​ສານໃນ​ການ​​ເຂົ້າຫາ​ແຫຼ່ງ​ທຶນຕ່າງໆ ຂອງ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ທຸ​ລະ​ກິດ
    2. ໃຫ້​ການ​ບໍ​ລິ​ການຂໍ້​ມູນ​ຂ່າວ​ສານ ​ດ້ານ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ສົ່ງ​ເສີມ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ.

    ບໍລິການດ້ານການຝຶກອົບຮົມ

    1. ການ​ຝຶກ​ອົບ​ທາງ​ດ້ານ ບໍ​ລິ​ຫານ, ດ້ານ​ການ​ເງິນ-ການ​ບັນ​ຊີ, ດ້ານ​ວິ​ຊາ​ການ, ວິ​ຊາ​ສະ​ເພາະ ແລະ ການ​ຕະ​ຫຼາດ
    2. ການ​ຈັດ​ກິດ​ຈະ​ກຳ ການ​ຂຽນ​ແຜນ​ທຸ​ລະ​ກິດ ຂອງ​ນັກ​ຮຽນ​ນັກ​ສຶກສາ​ໄວ​ໜຸ່ມ ຮ່ວມ​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ
    3. ຈັດ​ກອງ​ປະ​ຊຸມເວ​ທີ​ສົນ​ທະ​ນາ ກັບ​ບັນ​ດານັກ​ທຸ​ລະ​ກິດ​ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ
    4. ສົ່ງ​ເສີມ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງໃນ​ການ​ຈົດ​ທະ​ບຽນວິ​ສາ​ຫະ​ກິດ ແລະ ຈົດ​ທະ​ບຽນ​ຊັບ​ສິນ​ທາງ​ປັນ​ຍາ, ສ້າງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ  (Start up)
    5. ສ້າງ​ລະ​ບົບ​ການມອບ​ລາງວັນ​ນະ​ວັດ​ຕະ​ກຳ​ດ້ານ​ຕ່າງໆ
    •  

    ບໍລິການດ້ານຈັບຄູ່ທຸລະກິດ

    1. ຈັດ​ກອງ​ປະ​ຊຸມ​ພົບ​ປະ ແລະ ແລກ​ປ່ຽນ ທັງໃນ ແລະ ນອກ​ສະ​ຖານ​ທີ່ ລະ​ຫວ່າງ​ຜູ້​ປະ​ກອບ​ການຊາວ​ນາ ຫຼື ກຸ່ມ​ບ້ານ ຕາມ​ສາ​ຂາ​ອາ​ຊີບ ທັງ​ພາບ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ໃຫ້​ເກີດ​ມີ​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ສິ​ຄ້າ ແລະ ຜະ​ລິດ​ຕະ​ພັນຮ່ວມ​ກັນ
    2. ຈັດ​ກອງ​ປະ​ຊຸມ​ພົບ​ປະ ແລະ ແລກ​ປ່ຽນ ລະ​ຫວ່າງ​ ຜູ້​ປະ​ກອບ​ການ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍຕາມ​ສາ​ຂາ​ອາ​ຊີບ ກັບ​ພາຍ​ໃນ, ຕ່າງ​ແຂວງ ແລະ ຕ່າງ​ປະ​ເທດ
    3. ຈັດ​ກອງ​ປະ​ຊຸມພົບ​ປະ ລະ​ຫວ່າງ​ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ພາຍ​ໃນ ແລະ ຮ່ວມ​ກັບ ຕ່າງ​ປະ​ເທດ
    4. ຈັດ​ກອງ​ປະ​ຊຸມ​ພົບ​ປະ ລະ​ຫວ່າງ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ໃຫຍ່

    ບໍລິການດ້ານການຕະຫຼາດ

    1. ຈັດ​ຕັ້ງ​ໂຄງ​ການ​ທັດ​ສະ​ນະ​ສຶກ​ສາ ແລະ ແລກ​ປ່ຽນ ທ່າ​ແຮງ​ດ້ານ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ ກັບ​ບັນ​ ດາ​ເມືອງ ແລະ ແຂວງ​ອ້ອມ​ຂ້າງ ໃຫ້​ແກ່​ຜູ້​ປະ​ກອບ​ການ, ຊາວ​ສວນ-ຊາວ​ນາ ໃຫ້​ໄດ້​ທຳ​ການ​ຜະ​ລິດ​ຮັບ​ໃຊ້​ພາຍ​ໃນ
    2. ຈັດ​ຕັ້ງ​ໂຄງ​ການ​ທ່ອງ​ທ່ຽວ​ແບບ​ກະ​ສິ​ກຳ ແລະ ຫັດ​ຖະ​ກຳ ເພື່ອ​ເປັນ​ການ​ສົ່ງ​ເສີມ​ສິນ​ຄ້າ​ກະ​ສິ​ກຳ ແລະ ຂະ​ຫຍາຍ​ຕະ​ຫຼາກ
    3. ຈັດ​ຕັ້ງ ແ​ລະ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ທີ່​ຕິດ​ພັນ​ກັບ​ການ​ສົ່ງ​ເສີມ ແລະ ພັດ​ທະ​ນາ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ປະ​ຈຳ​ປິ

    ບໍລິການດ້ານຂໍ້ມູນຂ່າວສານ ກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າຫາແຫຼ່ງທຶນຂອງລັດຖະບານ

    ປັດຈຸບັນ ທສວ ສະໜອງສິນເຊື່ອໃຫ້ ວນກ ຜ່ານ 07 ທະນາຄານທຸລະກິດຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານໄຊງ່ອນເທືອງຕິ່ນລາວ, ທະນາຄານລາວຈີນ, ທະນາຄານເອັສທີ, ທະນາຄານມາຣູຮານເຈເເປນລາວ ເເລະ ທະນາຄານຫວຽດຕິນລາວ

    ນອກນັ້ນ ທສວ ກໍຍັງສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ ແລະ ກຸ່ມຜູ້ຜະລິດຜ່ານ 11 ສະຖາບັນການເງິນຈຸລະພາກຄື: ສກຈຮ ປະຕູຄໍາ ຈໍາກັດ, ສກຈບ ເນັກ ຈໍາກັດ , ສກຈບ ເພື່ອການພັດທະນາ ເເລະ ສົ່ງເສີມທຸລະກິດ ຈໍາກັດ (BDP) , ສກຈບ ໄຊອຸດົມ, ສກຈບ ຈໍາປາລາວ, ສກຈຮ ສິນຊັບເມືອງເໜືອ ຈໍາກັດຜູ້ດຽວ, ສາຫະກອນສິນເຊື່ອ ເເລະ ເງິນຝາກປະຢັດເຊໂນ, ສກຈບ ສະເຫຼີມສຸກ ຈໍາກັດ, ສກຈຮ ດອກຄູນຈໍາກັດ.

    ພ້ອມນັ້ນ ທສວ ຍັງສະໜອງສິນເຊື່ອໃຫ້ 2 ກອງທຶນ ຄື: ກອງທຶນນາງຟ້າຂອງສະພາການຄ້າ ເເລະ ອຸດສາຫະກໍາເເຫ່ງຊາດລາວ ເເລະ ກອງທຶນພັດທະນາໄຊສົມບູນ.

    ບ້ວງເງິນສະໜອງສິນເຊື່ອຂອງ ທສວ ມີຢູ່ 05 ບ້ວງຄື:

    1. ບ້ວງເງິນ ລັດຖະບານ ປະກອບທຶນກໍ່ຕັ້ງໃຫ້ ທສວ
    2. ບ້ວງເງິນ ໂຄງການເຂົ້າເຖິງເເຫຼ່ງທຶນຂອງ ວນກ
    3. ບ້ວງເງິນ ສະສົມຂອງ ທສວ
    4. ບ້ວງເງິນ ລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ
    5. ບ້ວງເງິນ ໂຄງການເຂົ້າເຖິງເເຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ເເລະ ຟື້ນຟູຈາກໂຄວິດ-(MSME A2F-ESR )

    ຂໍ້​ມູນ​ເພີ່ມ​ເຕີມ: www.laosmefund.org

    ບໍລິການ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນການເຂົ້າຫາແຫຼ່ງທຶນ ດອກເບ້ຍ 6% ຂອງ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ.

    I ພາ​ລະ​ບົດ​ບາດ​ຂອງ ສ​ຄອ.ສ​ຂ ຫຼື ສບວ.ສ​ຂ ແລະ ສ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

    ພາ​ລະ​ບົດ​ບາດ ຂອງ​ສ​ຄອ.ສ​ຂ ແລະ ສບວ.ສ​ຂ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

    1. ສະ​ໜອງ​ບັນ​ດາ​ຂໍ້​ມູ​ນ​ຂ່າວ​ສານ ແລະ ໃຫ້​ຄຳ​ແນະ​ນຳທີ່​ຈຳ​ເປັນ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ດອກ​ເບ້ຍ 06% ຕໍ່ປີ.
    2. ຮັບ​ຜິດ​ຊອບການ​ລົງ​ທະ​ບຽນ​ຄຳ​ຮ້ອງ​ຂໍ​ສິນເຊື່ອຂອງຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ.
    3. ກວດ​ກາ​ບັນ​ດາ​ເອ​ກະ​ສານ ແລະ ເງື່ອນ​ໄຂ​ຕ່າງໆ (ເຊັ່ນ: ໃບ​ທະ​ບຽນ​ວິ​ສາ​ຫະ​ກິດ, ການ​ຖື​ບັນ​ຊີ, ຜ່ານ​ການ​ຝຶກ​ອົບ​ຮົມ​ທາງ​ດ້ານ​ການ​ຂຽນ​ແຜນ​ທຸ​ລະ​ກິດ, ແຜນ​ການ​ເງີນ) ໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການທີ່​ກຳ​ນົດ​ໄວ້ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ກ່ອນ​ຈະ​ນຳ​ສະ​ເໜີ​ໄປຂໍ​ກູ້ຈາກ​ຝ່າຍ ຂ.
    4. ຮັບ​ຜິດ​ຊອບ ໃນ​ການ​ຈັດ​ຝຶກ​ອົບ​ຮົມ ແລະ ສົ່ງ​ເສີມ ທາງ​ດ້ານ​ວິ​ຊາ​ການ ໃຫ້ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ເພື່ອ​ໃຫ້​ເຂົາ​ສາ​ມາດ​ເຂົ້າ​ເຖິງ​ເງື່ອນ​ໄຂ​ໃນ​ການ​ກູ້​ຢືມ ດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ເຊັ່ນ: ການ​ຂຽນ​ແຜນ​ທຸ​ລະ​ກິດ, ແຜນ​ການ​ເງິນ ແລະ ບັນ​ຊີ​ເງິນ​ສົດ.
    5. ອອກ​ໜັງ​ສືຢັ້ງ​ຢືນຄວາ​ມ​ພ້ອມ​ຂອງ​ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຈັດ​ສົ່ງ​ລາຍ​ຊື່​ຜູ້​ມີ​ຄວາມ​ປະ​ສົ່ງ​ເຂົ້າ​ຮ່ວມ​ໂຄງ​ການ ຂັດ​ຕິດ​ກັບ​ເອ​ກະ​ສານ​ສະ​ເໜີຂໍສິນເຊື່ອຂອງ​ແຕ່​ລະ​ລາຍເຖິງ​ຝ່າຍ ຂ.
    6. ຈັດ​ຝຶກອົບ​ຮົມ​ດ້ານວິ​ຊາ​ການ​ທີ່​ຈຳ​ເປັນ ບໍ່​ວ່າ​ຈະ​ເປັນ​ການ​ຈົດ​ກາຍ​ບັນ​ຊີ, ການ​ຈົດ​ທະ​ບຽນ ​ຫຼື ຂື້ນ​ທະ​ບຽນ​ວິ​ສາ​ຫະ​ກິດຂັ້ນ​ເມືອງ ແລະ ຂັ້ນແຂວງ, ການ​ຂຽນ​ແຜນ​ທຸ​ລະ​ກິດ ແລະ ດ້ານ​ອື່ນໆ​ທີ່​ທາງ​ຝ່າຍ ກ ເຫັນວ່າ​ມີ​ຄວາມ​ຈຳ​ເປັນ​ ເພື່ອໃຫ້ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍໄດ້​ມີ​ການ​ພັດ​ທະ​ນາ​ເພີ່ມ​ເຕີມ.
    7. ເກັບ​ກຳ​ບັນ​ດາ​ສະ​ຖິ​ຕິການ​ຈົດ​ທະ​ບຽນ​ຂອງ​ ຈຸ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່​ມີ​ຄວາມ​ສົນ​ໃຈໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ.
    8. ລາຍ​ງານ​ບັນ​ຫາ, ຂໍ້​ຫຍຸ້ງ​ຍາກ ແລະ ຂໍ​ສະ​ເໜີ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວໃຫ້​ແກ່ ຄະ​ນະ​ຊີ້ນຳ​ແຕ່​ລະ​ຝ່າຍ ເດືອນນື່ງ ຕໍ່​ຄັ້ງ.
    9. ຮັບ​ຜິດ​ຊອບຄ່າ​ໃຊ້​ຈ່າຍ​ທີ່​ຕິດ​ພັນກັບ​ການ​ສົ່ງ​ເສີມວຽກ​ທາງ​ດ້ານ​ວິ​ຊາ​ການ ແລະ ວຽກ​ການ​ບໍ​ລິ​ການ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ 06% ຕໍ່​ປີ ດ້ວຍ​ຕົນ​ເອງ.
    10. ລາຍ​ງານ​ສະ​ພາບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຮ່ວມ​ມື​ດັ່ງ​ກ່າວ ໃຫ້​ແກ່ ທະ​ນາ​ຄານ​ແຫ່ງ​ ສ​ປ​ປ ລາວ ພາກ​ກາງ ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ ເປັນ……………

    ພາ​ລະ​ບົດ​ບາດ ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ  ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

    1. ພິ​ຈະ​ລະ​ນາບັນ​ດາ​ລາຍ​ຊື່ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ(ຜູ້​ເຂົ້າ​ຮ່ວມ​ໂຄງ​ການ) ທີ່​ມີ​ການຢັ້ງ​ຢືນ ຫຼື ລົງ​ທະ​ບຽນການ​ເຂົ້າ​ຮ່ວມ​ໂຄງ​ການ ຈາກ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ.
    2. ໃຫ້ການສະໜັບສະໜູນຈຸນລະວິສາຫະກິດ ແລະ ວິາຫະກິດຂະໜາດນ້ອຍ ທີ່ສຳເລັດຫຼັກສູດຕາມເງື່ອນໄຂ (ເຊັ່ນ:ການຂຽນແຜນທຸລະກິດ, ຂະບວນການ ແລະ ແຜນການເງິນ) ແລະ ນອກຈາກນີ້້ ສະຖາບັນຈະໄດ້ພິຈະລະນາ ອະນຸມັດເງິນກູ້ ຕາມລະບຽບ ແລະ ຂັ້ນຕອນຂອງສະຖາບັນ.
    3. ​ປະ​ເມີນ​ລູກ​ຄ້າ ຫຼື ປະ​ເມີນຜູ້​ເຂົ້າ​ຮ່​ວມ​ໂຄງ​ການໃນ​ການ​ອະ​ນຸ​ມັດ​ສິນ​ເຊື່ອ.
    4. ສະ​ໜອງ​ເງິນ​ກູ້ຕາມ​ເງື່ອນ​ໄຂໃຫ້​ແກ່​ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ຫຼື ຜູ້​ຂໍ​ກູ້.
    5. ແຈ້ງ​ລາຍ​ລະ​ອຽດ​ຂອງ​ລູກ​ຄ້າ​ທີ່​ໄດ້​ຮັບ​ສິນເຊື່ອ ໃຫ້ ສະພາການຄ້າ ແລະ ອຸດສາ ຫະກຳແຂວງຮັບ​ຮູ້​ນອກ​ຈາກນັ້ນ ຈະ​ສະ​ໜອງ​ລາຍ​ລະ​ອຽດ​ກິດ​ຈະ​ກຳ​ທີ່​ເຫັນ​ວ່າມີ​ຜົນ​ປະໂ​ຫຍດແກ່​ຜູ້​ປະ​ກອບ​ການ. ຖ້າ​ຫາກ​ກໍ​ລະ​ນີທີ່ຜູ້​ເຂົ້າ​ຮ່ວມ​ໂຄງ​ການບໍ່​ສາ​ມາດ​ໄດ້ສິນເຊື່ອ ຈະຕ້ອງ​ໄດ້ແຈ້ງ​ເຫດ​ຜົນ​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນສົ່ງ​ໃຫ້ ສະພາການຄ້າ ແລະ ອຸດສາຫະກຳແຂວງສະຫວັນນະເຂດ ຮັບ​ຊາບ ທຸກໆ​ທ້າຍ​ເດືອນ.
    6. ເປັນ​ຜູ້​ເກັບ​ຕົ້ນ​ທົ້ນ​ທຶນ ແລະ ດອກ​ເບ້ຍ ຄືນ​ຈາກບັນ​ດາ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ດ້ວຍ​ຕົນ​ເອງ

    II ປະ​ຫວັດຄວາມ​ເປັນ​ມາ​ຂອງກອງ​ທຶນ

    ເພື່ອຜັນ​ຂະ​ຫຍາຍ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂວ່າ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ    ໂດຍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ສົ່ງ​ເສີມ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ຂອງ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂ​ວງ , ເພື່ອ​ຊຸກ​​ຍູ້​ການ​ຜະ​ລິດ ແລະ ສະ​ໜັບ​ສະ​ໜູນ​ວຽກ​ງານ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ໂດຍ​ຜ່ານ ສູນ​ບໍ​ລິ​ການ​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງ,  ເພື່ອ​ສ້​າງ​ໂອ​ກາດ ແລະ ເງື່ອນ​ໄຂ​ຕ່າງໆ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ໄດ້​ຫຼາຍ​ຂື້ນ ແລະ ຊ່ວຍ​ໃຫ້ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ແລະ ເພີ່ມ​ທະ​ວີ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ສະ​ນັ້ນ ຈື່ງ​ເກີດ​ມີ ການ​ຮ່ວມ​ມືໃນ​ການ​ຈັດ​ຕັ້ງ  ​‘’ ກອງ​ທຶນ​ສົ່ງ​ເສີມ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ” ລະຫວ່າງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ ສະ​ຫວັນ​ນະ​ເຂດ  ກັບ  ສະ​ຖາ​ບັນ​ການ​ເງິນ ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ  ໃນ​ຄັ້ງ​ວັນ​ທີ 13 ພຶດ​ສະ​ພາ (05) 2022, ທີ່​ຫ້ອງ​ອາ​ຫານ​ຮຸງ​ທິບ

    III ຂໍ້​ມູນ​ກ່ຽວ​ກັບ​ກອງ​ທຶນ

    ກອງ​ທຶນ​ສົ່ງ​ເສີມ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ສະ​ໜອງ​ສິນ​ເຊື່ອ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ

    1. ວົງເງິນກູ້ທັງໝົດ: 10 ຕື້ກີບຖ້ວນ ໄລຍະຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ: 5  ປີ
    2. ຂໍ້​ມູນ​ພື້ນ​ຖານ​ດ້ານ​ສິນ​ເຊື່ອ:
      – ສະ​ກຸນ​ເງິນ: ການ​ປ່ອຍ​ກູ້​ເປັນ​ເງິນ​ກີບ
      – ອັດຕາດອກເບ້ຍ: 6% ຕໍ່ ປີ ( 0.5% ຕໍ່​ເດືອນ )
      – ໄລ​ຍະ​ກູ້:

      ທຶນ​ໝູນ​ວຽນ​ໄລ​ຍະ​ກູ້​ຢືມ  3-5 ປີ
      ທຶນ​ຄົງ​ທີ່ ໄລ​ຍະ​ກູ້​ຢືມ 1-2 ປີ

    ກ່ຽວກັບພວກເຮົາ

    • ຂະແໜງການຂອງ ສຄອ.ສຂ
    • ດຳລັດ ສຄອ
    • ຂ່າວສານ
    • ກິດຈະກໍາ

    ບໍລິການ

    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫລ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ

    ທີ່ຢູ່ ແລະ ຕິດຕໍ່

    ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ
    ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ

    ການຕິດຕໍ່
    ໂທ: 856 41 253326 ແຟັກ: 856 41 253326
    ອີເມວ: savannakhet.lao@gmail.com
    Facebook: SavannaketCCI
    Website: www.svk.laocci.com

    ຜູ້ເຂົ້າຊົມເວັບໄຊ

    • 0
    • 4
    • 42
    • 86
    • 1,332
    • 2,986
    ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ | ພັດທະນາໂດຍ: X-Service
    • Jobs
    • ການສົ່ງເສີມ
    • ການບໍລິການ ຂອງ ສຄອ.ສຂ
      • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
      • ກອງທຶນສົ່ງເສີມວິສາຫະກິດ
      • ບໍລິການດ້ານການຕະຫຼາດ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການຝຶກອົບຮົມ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
    • ກິດຈະກໍາ
    • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
    • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
    • ຂໍ້ມູນການລົງທຶນ
    • ຂໍ້ມູນແຂວງສະຫວັນນະເຂດ
    • ຂະແໜງການຂອງ ສຄອ.ສຂ
    • ຂ່າວສານ
    • ຄວາມເປັນມາ ສບວ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I – VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ II
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ III
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ IV
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ V
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VI
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VIII
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ສບວ.ສຂ
    • ສະພາການຄ້າ ແລະ ອຸດສາຫະກຳແຂວງ
    • ສະມາຄົມ ຂົນສົ່ງສິນຄ້າ
    • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ດາວໂຫຼດ
    • ດຳລັດ ສຄອ
    • ຕິດຕໍ່ສອບຖາມ
    • ບົດລາຍງານ
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ລາຍຊື່ສະມາຊິກ
    • ລາຍຊື່ສະມາຊິກປີ 2019
    • ລາຍຊື່ສະມາຊິກປີ 2020
    • ລາຍຊື່ສະມາຊິກປີ 2021
    • ລາຍຊື່ສະມາຊິກປີ 2022
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ
    • ໜ້າຫຼັກ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
    • ເວັບລີ້ງ
    • ແຈ້ງການ
    • ໂຄງຮ່າງການຈັດຕັ້ງຂອງ ສຄອ.ສຂ ຊຸດທີ VIII
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
    ສະພາການຄ້າ ແລະ ອຸດສາຫະກຳ
    • ←
    • Facebook
    • Facebook Messenger