ສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳ
  • ໜ້າຫຼັກ
  • ກ່ຽວກັບ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຂະແໜງການຂອງ ສຄອ.ສຂ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ດຳລັດ ສຄອ
  • ບໍລິການ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ເຊົ່າຫ້ອງປະຊຸມ
  • ສະມາຊິກ
    • ລາຍຊື່ສະມາຊິກ ສຄອ.ສຂ
      • ລາຍຊື່ສະມາຊິກປີ 2019
      • ລາຍຊື່ສະມາຊິກປີ 2020
      • ລາຍຊື່ສະມາຊິກປີ 2021
      • ລາຍຊື່ສະມາຊິກປີ 2022
    • ລາຍຊື່ກຸ່ມ ແລະ ສະມາຄົມ
      • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
      • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
      • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
      • ສະມາຄົມ ຂົນສົ່ງສິນຄ້າ
      • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
  • ຂ່າວ ແລະ ກິດຈະກໍາ
    • ຂ່າວສານ
    • ກິດຈະກໍາ
    • ແຈ້ງການ
  • ສບວ.ສຂ
    • ຄວາມເປັນມາ ສບວ.ສຂ
    • ການບໍລິການຂອງ ສບວ.ສຂ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
      • ບໍລິການຝຶກອົບຮົມ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການດ້ານການຕະຫຼາດ
    • ກອງທຶນສົ່ງເສີມວິສາຫະກິດ
    • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
  • ຕິດຕໍ່ສອບຖາມ
  • ດາວໂຫຼດ
  • ເວັບລີ້ງ

ບົດລາຍງານ

    Home ບົດລາຍງານ

    ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດການປ່ອຍສິນເຊື່ອ ສົ່ງເສີມການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ ໃຫ້ແກ່ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ປະຈຳປີ 2023

    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

    ສະພາການຄ້າ ແລະ ອຸດສາຫະກຳ
    ຫ້ອງການເລກທີ: 305, ຖະໜົນ: ອຸດົມສິນ, ບ້ານ: ສຸນັນທາ
    ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ
    ໂທ: ( 041 ) 253 325, ແຟັກ: ( 041 ) 253 326
    E-mail: Savannakhet.lao@gmail.com
    WWW.svkcci.com

     

                                                                                                                   ເລກທີ …………../ສຄອ.ສຂ

                                                                                             ສະຫວັນນະເຂດ, ວັນທີ ………………………

    ບົດລາຍງານ
    ກ່ຽວກັບການຈັດຕັ້ງປະຕິບັດການປ່ອຍສິນເຊື່ອ ສົ່ງເສີມການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ ໃຫ້ແກ່
    ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ປະຈຳປີ 2023

    – ອີງຕາມ ສັນຍາວ່າດ້ວຍ ການຮ່ວມມືການສະໜອງທຶນໃນການປ່ອຍກູ້ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ , ຄັ້ງວັນທີ 13 ພຶດສະພາ 2022.

    ກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ ໃຫ້ແກ່ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໄດ້ເລີ່ມຈັດຕັ້ງປະຕິບັດ ແລະ ບໍລິການການປ່ອຍສິນເຊື່ອ ໃນ ເດືອນ 31 ພຶດສະພາ 2022 ແລະ ໄດ້ດຳເນີນການປ່ອຍກູ້ ຈົນຮອດປັດຈຸບັນ ກອງທຶນດັ່ງກ່າວ ໄດ້ສະໜອງທຶນ ຈຳນວນ 10 ຕື້ກີບ ໃຫ້ແກ່ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນອັດຕາດອກເບ້ຍ 6% ຕໍ່ປີ ກໍ່ຄື 0.5% ຕໍ່ເດືອນ ແລະ ໄດ້ໝອບໝາຍໃຫ້ແກ່ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ເປັນຜູ້ຈັດຕັ້ງປະຕິບັດ ຮ່ວມກັບ ໜ່ວຍງານສິນເຊື່ອຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ເຊີ່ງປັດຈຸບັນມີຄວາມຄືືບໜ້າດັ່ງນີ້ :
    1. ການບໍລິຫານ
    ໃນການໃຫ້ບໍລິການສິນເຊື່ອດອກເບ້ຍ 6% ຕໍ່ປີ ໄດ້ແບ່ງອອກເປັນ 2 ໜ້າວຽກໃນການຈັດຕັ້ງປະຕິບັດ ກໍ່ຄື ພາກສ່ວນການສະໜອງຂໍ້ມູນ, ກວດແກ້ເອກະສານ ແລະ ຄົ້ນຄວ້າ ແລະ ປະກອບເງື່ອນໄຂຂອງຜູ້ກູ້ ແມ່ນສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງເປັນຜູ້ຮັບຜິດຊອບ ພາຍຫຼັງຜ່ານການກວດຜ່ານເງື່ອນໄຂໃນການກູ້ ຈະໄດ້ສົ່ງຕໍ່ໃຫ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃນສຳພັນ ເປັນຜູ້ຄົ້ນຄວ້າ ແລະ ອະນຸມັດຕາມເງື່ອນໄຂຂອງຜູ້ກູ້. ເຊີ່ງຜ່ານມາທັງສອງພາກສ່ວນກໍ່ໄດ້ມີການຄົ້ນຄວ້າ ແລະ ປັບປຸງເງື່ອນໄຂຕ່າງໆຮ່ວມກັນໂດຍເປັນເອກະພາບຫຼາຍຄັ້ງໃນປີ 2023 ເພື່ອເຮັດໃຫ້ ວິສາຫະກິດ ສາມາດເຂົ້າຫານແຫຼ່ງທຶນໄດ້ຫຼາຍຂື້ນ ບໍ່ວ່າຈະເປັນການປັບປຸ່ງຂັ້ນຂອດດ້ານເງື່ອນໄຂ, ຕັດຮອນບາງເງື່ອນໄຂທີ່ກະທົບຕໍ່ອັດຕາສ່ຽງຂອງສະຖາບັນຫຼາຍເກີນໄປ, ໃຫ້ຄຳປຶກສາທັງພາຍໃນ ແລະ ນອກສະຖານທີ່ໃນການປະກອບເອກະສານໃຫ້ສອດຄ່ອງ ແລະ ການໂຄສະນາໃນຫຼາຍໆຊ່ອງທາງເພື່ອໃຫ້ວິສາຫະກິດຮັບຮູ້ ບໍ່ວ່າຈະເປັນທາງຊື່ອອນລາຍແຟກບຸກສະພາ ແລະ ເວບໄຊ ສຄອ.ສຂ, ລົງເຜີຍແຜ່ໃນບັນດາເມືອງເປົ້າໝາຍ ແລະ ແຈກຍາຍໃບບິວຕ່າງໆ ( ນະຄອນໄກສອນ, ສອງຄອນ ແລະ ເມືອງອຸທຸມພອນ).

    2. ວຽກປ່ອຍສິນເຊື່ອ :
    – ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໄດ້ພົວພັນເອກະສານຂໍສິນເຊື່ອ ຈຳນວນ 154 ຊຸດ, ໄດ້ສະເໜີຜ່ານ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສະຖາບັນການເງິນ ຈຳນວນ 43 ຫົວໜ່ວຍ ແລະ ໄດ້ຮັບການອະນຸມັດສິນເຊື່ອ ແລະ ເຊັນສັນຍາ ແລ້ວ ຈຳນວນ 26 ລາຍ ມູນຄ່າ 2,420,000,000 ກີບ (ໃນນັ້ນ ປີ 2023 ມີຈຳນວນ 35 ຫົວໜ່ວຍ ແລະ ອະນຸມັດ ແລະ ເຊັນສັນຍາ ຈຳນວນ 23 ລາຍ ມູນຄ່າ 1,940,000,000 ກີບ)
    – ໃນນັ້ນ ໄດ້ອະນຸມັດສິນເຊື່ອໃນຂະແໜງ ກະສິກຳ ປູກຝັງ ແລະ ລ້ຽງສັດ ຈຳນວນ 09 ຫົວໜ່ວຍ, ຂະແໜງ ການຄ້າ 09 ຫົວໜ່ວຍ, ຂະແໜງ ບໍລິການ 4 ຫົວໜ່ວຍ ແລະ ຂະແໜງຫັດຖຳກຳ 02 ຫົວໜ່ວຍ.
    – ມີຫົວໜ່ວຍທຸລະກິດ ທີໄດ້ຮັບການອະນຸມັດ ແຕ່ຂໍຍົກເລີກການກູ້ຢືມ ຈຳນວນ 05 ລາຍ ເນື່ອງຈາກ ວົງເງິນກູ້ທີ່ອະນຸມັດບໍ່ເທົ່າກັບຈຳນວນເງິນທີ່ ວິສາຫະກິດຕ້ອງການສະເໜີກູ້ (ສາເຫດຍ້ອນ ຄົນຄ້ຳປະກັນຂອງຜູ້ກູ້ບໍ່ມີ, ຫຼັກຊັບຄ້ຳປະກັນບໍ່ເຖິງ ແລະ ການປະເມີນທາງດ້ານທຸລະກິດບໍ່ຜ່ານ)
    – ການສະເໜີກູ້ຢືມ ສ່ວນຫຼາຍຈະຢູ່ໃນວົງເງິນ 80 – 100 ລ້ານກີບ ເນື່ອງຈາກວ່າເງື່ອນໄຂການກູ້ຢືມໃນວົງເງິນດັ່ງກ່າວ ຜູ້ປະກອບການສາມາດປະກອບເອກະສານໄດ້.

    ຕາຕະລາງສັງລວມການປ່ອຍກູ້ ຕັ້ງແຕ່ເລີ່ມປ່ອຍຈົນຮອດ ປີ 2023 ແຍກຕາມຂະແໜງການ

    ລ/ດ   ຂະແໜງການ                      ສັນຍາ                                                            ເມືອງເປົ້າໝາຍ                                                                       ວົງເງິນອະນຸມັດ
     
                                                                                  ນະຄອນໄກສອນ      ສອງຄອນ      ອຸທຸມພອນ      ໄຊບູລີ       ຈຳພອນ       ໄຊພູທອງ
    1       ຂະແໜງກະສິກຳ 
             (ປູກຝັງ ແລະລ້ຽງສັດ)           11                                  8                       1                 –                –                 1               1                      970,000,000 
    2      ຂະແໜງການຄ້າ                    11                                  7                        –                 –                –                 4                –                    1,010,000,000 
    3      ຂະແໜງບໍລິການ                     2                                  2                        –                 –                –                 –                 –                       160,000,000 
    4      ຂະແໜງຫັດຖະກຳ                   2                                  1                        1                –                 –                 –                –                       280,000,000 
                            ລວມ                  26                                18                       2                 –                –                 5               1                    2,420,000,000         
     
     

    3. ສັງລວມຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ພາກສະເໜີ
    3.1. ຂໍ້ສະດວກ
    – ມີທີມງານທີ່ອຳນວຍຄວາມສະດວກ ແລະ ໃຫ້ຄຳປຶກສາໃນການເຂົ້າຫາແຫຼ່ງທຶນ ໃນການໃຫ້ຂໍ້ມູນ ແລະ ປະກອບເອກະສານຂໍທຶນ.
    – ມີຮ່າງ ໃນການຂຽນແຜນທຸລະກິດ ແລະ ແຜນນຳໃຊ້ທຶນຂອງໂຄງການ ໃຫ້ລະອຽດ ເພື່ອບົດສະເໜີຂໍ້ກູ້
    – ທັງສອງຝາກສ່ວນຄໍ່ຄື ສູນບໍລິການວິສາຫະກິດຂະນາດນ້ອຍ ແລະ ກາງ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ໄດ້ມີການປະສານສົມທົບ ແລະ ປຶກສາຫາລຶຮ່ວມກັນໃນການແກ້ໄຂບັນຫາທີ່ຕິດພັນກັບການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ ຢ່າງເປັນປົກກະຕິ.

    3.2. ຂໍ້ຫຍຸ້ງຍາກ
    – ຜູ້ປະກອບການທີ່ສົນໃຈເຂົ້າຮ່ວມໂຄງການ ສ່ວນຫຼາຍແມ່ນບໍ່ມີເງື່ອນໄຂພຽງພໍທີ່ຈະຄ້ຳປະກັນອັດຕາສ່ຽງ ທີ່ເຮັດວຽກໃນກົມກອງຂອງລັດ ແລະ ຫົວໜ່ວຍທຸລະກິດທີ່ມີພື້ນຖານ ເຮັດໃຫ້ຜູ້ປະກອບການບໍ່ສາມາດເຂົ້າຫາແຫຼ່ງທຶນໄດ້.
    – ມີງົບປະມານທີ່ຈຳກັດ ໃນການລົງໂຄສະນາ ແລະ ເຜີຍແຜ່ໂຄງການເຂົ້າຫາແຫຼ່ງທຶນ ດອກເບ້ຍ 6% ເຮັດໃຫ້ການຮັບຮູ້ຍັງບໍ່ທົ່ວເຖິງ.
    – ການປະສານງານໃນການເຜີຍແຜ່ ລະຫວ່າງໜ່ວຍງານສະໜອງທຶນ ກັບອົງການຈັດຕັ້ງລັດ ຍັງບໍ່ໄດ້ດີເທົ່າທີ່ຄວນ
    – ຜູ້ປະກອບການຍັງບໍ່ມີຄວາມສົນໃຈໃນການກູ້ຢືມ ຫຼື ເຄື່ອນໄຫວກິດຈະການດ້ານທຸລະກິດ ເນື່ອງຈາກສະພາບການເໜັງຕີງຂອງສະກຸນເງິນກີບ ບໍ່ມີຄວາມສະຖຽນ
    – ມີລູກຄ້າບາງຄົນຈະຄົບກໍານົດເງື່ອນໄຂ ທີ່ ສກຈຮສສ ໃຫ້ນະໂຍບາຍການແລ່ນເອກະສານໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ ແຕ່ພົບບັນຫາຄືລູກຄ້າໄດ້ແຈ້ງວ່າທຸລະກິດຂອງຕົນຖືກລົ້ມລະລາຍແລ້ວບໍ່ສາມາດດໍາເນີນການນໍາສົ່ງເອກະສານເຫຼົ່ານັ້ນໃຫ້ ສກຈຮສສ ໄດ້.

    3.3. ຂໍ້ສະເໜີ
    – ສະເໜີ ໃຫ້ມີການປັບປຸງ ແລະ ຕັດຮອນບາງເງື່ອນໄຂຂອງການເຂົ້າຫາແຫຼ່ງທຶນໃນຮ່ວງ 100-80 ລ້ານ ໂດຍສະເພາະການມີຫຼັກຊັບຄ້ຳປະກັນ
    – ສະເໜີ ໃຫ້ມີເງື່ອນໄຂຂອງການກູ້ ສະເພາະໃນວົງເງິນກູ້ທີ່ຕໍ່າກວ່າ 30 ລ້ານລົງມາ ໃຫ້ແກ່ຈຸນລະວິສາຫະກິດ ໂດຍທີ່ຮັບປະກັນອັດຕາສ່ຽງ  ແຕ່ທາງຜູ້ປະກອບການສາມາດສະໜອງໄດ້.
    – ສະເໜີ ໃຫ້ສອງພາກສ່ວນສອງພາກສ່ວນ ກໍ່ຄື ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ລົງຕິດຕາມ ແລະ ກວດກາໂຕຈິງຮ່ວມກັນ ຕໍ່ກັບຜູ້ປະກອບການ ທີ່ໄດ້ຮັບອະນຸມັດເງິນກູ້ໄປແລ້ວໄດ້ໜື່ງປີ ແຕ່ຍັງບໍ່ມີຄວາມພ້ອມທີ່ຈະຂື້ນທະບຽນຕາມເງື່ອນ.   
    – ສະເໜີ ໃຫ້ມີການຂະຫຍາຍເມືອງເປົ້າໝາຍເພີ່ມເຕີມ ເພື່ອສາມາດສະໜອງແຫຼ່ງທຶນໃຫ້ແກ່ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍບໍ່ນອນໃນເມືອງເປົ້າໝາຍ ທີ່ມີຄວາມສົນໃຈ.
    – ສະເໜີໃຫ້ອົງການຈັດຕັ້ງຂອງລັດ ຊ່ວຍໂຄສະນາປະຊາສຳພັນໃຫ້ແກ່ ວິສາຫະກິດທີ່ນອນໃນຂະແໜງການຂອງຕົນ ຮັບຮູ້ໂຄງການສົ່ງເສີມການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ.
    – ສະເໜີ ໃຫ້ພາກລັດອຳນວຍຄວາມສະດວກ ໃຫ້ກ່ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນການຈົດທະບຽນໃໝ່ ເພື່ອສາມາດປະກອບເອກະສານໃນການເຂົ້າຮ່ວມໂຄງການສົ່ງເສີມການເຂົ້າຫາແຫຼ່ງທຶນ 6% ຕໍ່ປີ ຂອງສະຖາບັນ.
    – ສະເໜີ ໃຫ້ຄົ້ນຄວ້າຄືນວ່າຍັງມີທຸລະກິດ ຫຼື ກຸ່ມລູກຄ້າເປົ້າໝາຍໃດທີ່ໂຄງການຍັງເຂົ້າບໍ່ເຖິງ.
     
     
     
    – ສະເໜີ ໃຫ້ສະພາການຄ້າຄົ້ນຄ້ວາຊ່ວຍແກ້ໄຂຂໍ້ຫຍຸ້ງຍາກໃນການທວງນໍາເອກະສານໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນໃກ້ຄົບກໍານົດຕ້ອງມອບໃຫ້ ສກຈຮສສ ຕາມນະໂຍບາຍ ເຊິ່ງລູກຄ້າມີຈຸດປະສົງຂໍຍົກເວັ້ນເອກະສານດັ່ງກ່າວເພາະວ່າໃນການດຳເນີນການເຮັດເອກະສານແມ່ນມີຄ່າໃຊ້ຈ່າຍຫຼາຍ ແລະ ທຸລະກິດຂອງລູກຄ້າກໍ່ເປັນແບບຄອບຄົວ ຈະເຮັດໃຫ້ຕົນເອງມີຄ່າໃຊ້ຈ່າຍດ້ານອາກອນເພີ້ມຂຶ້ນ.
     
                             ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງ ທ່ານ ເພື່ອຊາບ ແລະ ຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດໃນຄັ້ງນີ້ດ້ວຍ.
                                                          ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖື
     
                                                                                                                                                                                                              ປະທານ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ
                                                                                                                                                                                                                                ແຂວງສະຫວັນນະເຂດ 

    ກ່ຽວກັບພວກເຮົາ

    • ຂະແໜງການຂອງ ສຄອ.ສຂ
    • ດຳລັດ ສຄອ
    • ຂ່າວສານ
    • ກິດຈະກໍາ

    ບໍລິການ

    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫລ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ

    ທີ່ຢູ່ ແລະ ຕິດຕໍ່

    ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ
    ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ

    ການຕິດຕໍ່
    ໂທ: 856 41 253326 ແຟັກ: 856 41 253326
    ອີເມວ: savannakhet.lao@gmail.com
    Facebook: SavannaketCCI
    Website: www.svk.laocci.com

    ຜູ້ເຂົ້າຊົມເວັບໄຊ

    • 0
    • 1
    • 22
    • 70
    • 1,438
    • 2,892
    ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ | ພັດທະນາໂດຍ: X-Service
    • Jobs
    • ການສົ່ງເສີມ
    • ການບໍລິການ ຂອງ ສຄອ.ສຂ
      • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
      • ກອງທຶນສົ່ງເສີມວິສາຫະກິດ
      • ບໍລິການດ້ານການຕະຫຼາດ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການຝຶກອົບຮົມ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
    • ກິດຈະກໍາ
    • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
    • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
    • ຂໍ້ມູນການລົງທຶນ
    • ຂໍ້ມູນແຂວງສະຫວັນນະເຂດ
    • ຂະແໜງການຂອງ ສຄອ.ສຂ
    • ຂ່າວສານ
    • ຄວາມເປັນມາ ສບວ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I – VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ II
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ III
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ IV
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ V
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VI
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VII
    • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VIII
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ສບວ.ສຂ
    • ສະພາການຄ້າ ແລະ ອຸດສາຫະກຳແຂວງ
    • ສະມາຄົມ ຂົນສົ່ງສິນຄ້າ
    • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ດາວໂຫຼດ
    • ດຳລັດ ສຄອ
    • ຕິດຕໍ່ສອບຖາມ
    • ບົດລາຍງານ
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ລາຍຊື່ສະມາຊິກ
    • ລາຍຊື່ສະມາຊິກປີ 2019
    • ລາຍຊື່ສະມາຊິກປີ 2020
    • ລາຍຊື່ສະມາຊິກປີ 2021
    • ລາຍຊື່ສະມາຊິກປີ 2022
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ເຊົ່າຫ້ອງປະຊຸມ
    • ໜ້າຫຼັກ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
    • ເວັບລີ້ງ
    • ແຈ້ງການ
    • ໂຄງຮ່າງການຈັດຕັ້ງຂອງ ສຄອ.ສຂ ຊຸດທີ VIII
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
    ສະພາການຄ້າ ແລະ ອຸດສາຫະກຳ
    • ←
    • Facebook
    • Facebook Messenger