ສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳສະພາການຄ້າ ແລະ ອຸດສາຫະກຳ
  • ໜ້າຫຼັກ
  • ກ່ຽວກັບ ສຄອ.ສຂ
    • ພາລະບົດບາດຂອງ ສຄອ.ສຂ
    • ຄະນະບໍລິຫານງານ ສຄອ.ສຂ
    • ຂະແໜງການຂອງ ສຄອ.ສຂ
    • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
    • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
    • ດຳລັດ ສຄອ
  • ບໍລິການ
    • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
    • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
    • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
    • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
    • ວຽກງານ ເຊົ່າຫ້ອງປະຊຸມ
  • ສະມາຊິກ
    • ລາຍຊື່ສະມາຊິກ ສຄອ.ສຂ
      • ລາຍຊື່ສະມາຊິກປີ 2019
      • ລາຍຊື່ສະມາຊິກປີ 2020
      • ລາຍຊື່ສະມາຊິກປີ 2021
      • ລາຍຊື່ສະມາຊິກປີ 2022
    • ລາຍຊື່ກຸ່ມ ແລະ ສະມາຄົມ
      • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
      • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
      • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
      • ສະມາຄົມ ຂົນສົ່ງສິນຄ້າ
      • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
    • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
    • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
  • ຂ່າວ ແລະ ກິດຈະກໍາ
    • ຂ່າວສານ
    • ກິດຈະກໍາ
    • ແຈ້ງການ
  • ສບວ.ສຂ
    • ຄວາມເປັນມາ ສບວ.ສຂ
    • ການບໍລິການຂອງ ສບວ.ສຂ
      • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
      • ບໍລິການຝຶກອົບຮົມ
      • ບໍລິການດ້ານຈັບຄູ່ທຸລະກິດ
      • ບໍລິການດ້ານການຕະຫຼາດ
    • ກອງທຶນສົ່ງເສີມວິສາຫະກິດ
    • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
    • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
  • ຕິດຕໍ່ສອບຖາມ
  • ດາວໂຫຼດ
  • ເວັບລີ້ງ

ກອງທຶນສົ່ງເສີມ ຈຸນລະວິສາຫະກິດ

  • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
  • ບໍລິການຝຶກອົບຮົມ
  • ບໍລິການດ້ານຈັບຄູ່ທຸລະກິດ
  • ບໍລິການດ້ານການຕະຫຼາດ
  • ກອງທຶນສົ່ງເສີມວິສາຫະກິດ
  • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
Home ການບໍລິການ ຂອງ ສຄອ.ສຂ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ

ກອງທຶນສົ່ງເສີມ ຈຸນລະວິສາຫະກິດ

ບໍລິການ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນການເຂົ້າຫາແຫຼ່ງທຶນ ດອກເບ້ຍ 6% ຂອງ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ.

I ພາ​ລະ​ບົດ​ບາດ​ຂອງ ສ​ຄອ.ສ​ຂ ຫຼື ສບວ.ສ​ຂ ແລະ ສ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

ພາ​ລະ​ບົດ​ບາດ ຂອງ​ສ​ຄອ.ສ​ຂ ແລະ ສບວ.ສ​ຂ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

  1. ສະ​ໜອງ​ບັນ​ດາ​ຂໍ້​ມູ​ນ​ຂ່າວ​ສານ ແລະ ໃຫ້​ຄຳ​ແນະ​ນຳທີ່​ຈຳ​ເປັນ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ດອກ​ເບ້ຍ 06% ຕໍ່ປີ.
  2. ຮັບ​ຜິດ​ຊອບການ​ລົງ​ທະ​ບຽນ​ຄຳ​ຮ້ອງ​ຂໍ​ສິນເຊື່ອຂອງຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ.
  3. ກວດ​ກາ​ບັນ​ດາ​ເອ​ກະ​ສານ ແລະ ເງື່ອນ​ໄຂ​ຕ່າງໆ (ເຊັ່ນ: ໃບ​ທະ​ບຽນ​ວິ​ສາ​ຫະ​ກິດ, ການ​ຖື​ບັນ​ຊີ, ຜ່ານ​ການ​ຝຶກ​ອົບ​ຮົມ​ທາງ​ດ້ານ​ການ​ຂຽນ​ແຜນ​ທຸ​ລະ​ກິດ, ແຜນ​ການ​ເງີນ) ໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການທີ່​ກຳ​ນົດ​ໄວ້ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ກ່ອນ​ຈະ​ນຳ​ສະ​ເໜີ​ໄປຂໍ​ກູ້ຈາກ​ຝ່າຍ ຂ.
  4. ຮັບ​ຜິດ​ຊອບ ໃນ​ການ​ຈັດ​ຝຶກ​ອົບ​ຮົມ ແລະ ສົ່ງ​ເສີມ ທາງ​ດ້ານ​ວິ​ຊາ​ການ ໃຫ້ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ເພື່ອ​ໃຫ້​ເຂົາ​ສາ​ມາດ​ເຂົ້າ​ເຖິງ​ເງື່ອນ​ໄຂ​ໃນ​ການ​ກູ້​ຢືມ ດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ເຊັ່ນ: ການ​ຂຽນ​ແຜນ​ທຸ​ລະ​ກິດ, ແຜນ​ການ​ເງິນ ແລະ ບັນ​ຊີ​ເງິນ​ສົດ.
  5. ອອກ​ໜັງ​ສືຢັ້ງ​ຢືນຄວາ​ມ​ພ້ອມ​ຂອງ​ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຈັດ​ສົ່ງ​ລາຍ​ຊື່​ຜູ້​ມີ​ຄວາມ​ປະ​ສົ່ງ​ເຂົ້າ​ຮ່ວມ​ໂຄງ​ການ ຂັດ​ຕິດ​ກັບ​ເອ​ກະ​ສານ​ສະ​ເໜີຂໍສິນເຊື່ອຂອງ​ແຕ່​ລະ​ລາຍເຖິງ​ຝ່າຍ ຂ.
  6. ຈັດ​ຝຶກອົບ​ຮົມ​ດ້ານວິ​ຊາ​ການ​ທີ່​ຈຳ​ເປັນ ບໍ່​ວ່າ​ຈະ​ເປັນ​ການ​ຈົດ​ກາຍ​ບັນ​ຊີ, ການ​ຈົດ​ທະ​ບຽນ ​ຫຼື ຂື້ນ​ທະ​ບຽນ​ວິ​ສາ​ຫະ​ກິດຂັ້ນ​ເມືອງ ແລະ ຂັ້ນແຂວງ, ການ​ຂຽນ​ແຜນ​ທຸ​ລະ​ກິດ ແລະ ດ້ານ​ອື່ນໆ​ທີ່​ທາງ​ຝ່າຍ ກ ເຫັນວ່າ​ມີ​ຄວາມ​ຈຳ​ເປັນ​ ເພື່ອໃຫ້ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍໄດ້​ມີ​ການ​ພັດ​ທະ​ນາ​ເພີ່ມ​ເຕີມ.
  7. ເກັບ​ກຳ​ບັນ​ດາ​ສະ​ຖິ​ຕິການ​ຈົດ​ທະ​ບຽນ​ຂອງ​ ຈຸ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່​ມີ​ຄວາມ​ສົນ​ໃຈໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ.
  8. ລາຍ​ງານ​ບັນ​ຫາ, ຂໍ້​ຫຍຸ້ງ​ຍາກ ແລະ ຂໍ​ສະ​ເໜີ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວໃຫ້​ແກ່ ຄະ​ນະ​ຊີ້ນຳ​ແຕ່​ລະ​ຝ່າຍ ເດືອນນື່ງ ຕໍ່​ຄັ້ງ.
  9. ຮັບ​ຜິດ​ຊອບຄ່າ​ໃຊ້​ຈ່າຍ​ທີ່​ຕິດ​ພັນກັບ​ການ​ສົ່ງ​ເສີມວຽກ​ທາງ​ດ້ານ​ວິ​ຊາ​ການ ແລະ ວຽກ​ການ​ບໍ​ລິ​ການ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ 06% ຕໍ່​ປີ ດ້ວຍ​ຕົນ​ເອງ.
  10. ລາຍ​ງານ​ສະ​ພາບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຮ່ວມ​ມື​ດັ່ງ​ກ່າວ ໃຫ້​ແກ່ ທະ​ນາ​ຄານ​ແຫ່ງ​ ສ​ປ​ປ ລາວ ພາກ​ກາງ ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ ເປັນ……………

ພາ​ລະ​ບົດ​ບາດ ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ  ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ

  1. ພິ​ຈະ​ລະ​ນາບັນ​ດາ​ລາຍ​ຊື່ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ(ຜູ້​ເຂົ້າ​ຮ່ວມ​ໂຄງ​ການ) ທີ່​ມີ​ການຢັ້ງ​ຢືນ ຫຼື ລົງ​ທະ​ບຽນການ​ເຂົ້າ​ຮ່ວມ​ໂຄງ​ການ ຈາກ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ.
  2. ໃຫ້ການສະໜັບສະໜູນຈຸນລະວິສາຫະກິດ ແລະ ວິາຫະກິດຂະໜາດນ້ອຍ ທີ່ສຳເລັດຫຼັກສູດຕາມເງື່ອນໄຂ (ເຊັ່ນ:ການຂຽນແຜນທຸລະກິດ, ຂະບວນການ ແລະ ແຜນການເງິນ) ແລະ ນອກຈາກນີ້້ ສະຖາບັນຈະໄດ້ພິຈະລະນາ ອະນຸມັດເງິນກູ້ ຕາມລະບຽບ ແລະ ຂັ້ນຕອນຂອງສະຖາບັນ.
  3. ​ປະ​ເມີນ​ລູກ​ຄ້າ ຫຼື ປະ​ເມີນຜູ້​ເຂົ້າ​ຮ່​ວມ​ໂຄງ​ການໃນ​ການ​ອະ​ນຸ​ມັດ​ສິນ​ເຊື່ອ.
  4. ສະ​ໜອງ​ເງິນ​ກູ້ຕາມ​ເງື່ອນ​ໄຂໃຫ້​ແກ່​ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ຫຼື ຜູ້​ຂໍ​ກູ້.
  5. ແຈ້ງ​ລາຍ​ລະ​ອຽດ​ຂອງ​ລູກ​ຄ້າ​ທີ່​ໄດ້​ຮັບ​ສິນເຊື່ອ ໃຫ້ ສະພາການຄ້າ ແລະ ອຸດສາ ຫະກຳແຂວງຮັບ​ຮູ້​ນອກ​ຈາກນັ້ນ ຈະ​ສະ​ໜອງ​ລາຍ​ລະ​ອຽດ​ກິດ​ຈະ​ກຳ​ທີ່​ເຫັນ​ວ່າມີ​ຜົນ​ປະໂ​ຫຍດແກ່​ຜູ້​ປະ​ກອບ​ການ. ຖ້າ​ຫາກ​ກໍ​ລະ​ນີທີ່ຜູ້​ເຂົ້າ​ຮ່ວມ​ໂຄງ​ການບໍ່​ສາ​ມາດ​ໄດ້ສິນເຊື່ອ ຈະຕ້ອງ​ໄດ້ແຈ້ງ​ເຫດ​ຜົນ​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນສົ່ງ​ໃຫ້ ສະພາການຄ້າ ແລະ ອຸດສາຫະກຳແຂວງສະຫວັນນະເຂດ ຮັບ​ຊາບ ທຸກໆ​ທ້າຍ​ເດືອນ.
  6. ເປັນ​ຜູ້​ເກັບ​ຕົ້ນ​ທົ້ນ​ທຶນ ແລະ ດອກ​ເບ້ຍ ຄືນ​ຈາກບັນ​ດາ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ດ້ວຍ​ຕົນ​ເອງ

II ປະ​ຫວັດຄວາມ​ເປັນ​ມາ​ຂອງກອງ​ທຶນ

ເພື່ອຜັນ​ຂະ​ຫຍາຍ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂວ່າ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ    ໂດຍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ສົ່ງ​ເສີມ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ຂອງ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ແຂ​ວງ , ເພື່ອ​ຊຸກ​​ຍູ້​ການ​ຜະ​ລິດ ແລະ ສະ​ໜັບ​ສະ​ໜູນ​ວຽກ​ງານ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ໂດຍ​ຜ່ານ ສູນ​ບໍ​ລິ​ການ​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ກາງ​ແຂວງ,  ເພື່ອ​ສ້​າງ​ໂອ​ກາດ ແລະ ເງື່ອນ​ໄຂ​ຕ່າງໆ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ​ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ໄດ້​ຫຼາຍ​ຂື້ນ ແລະ ຊ່ວຍ​ໃຫ້ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ແລະ ເພີ່ມ​ທະ​ວີ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ສະ​ນັ້ນ ຈື່ງ​ເກີດ​ມີ ການ​ຮ່ວມ​ມືໃນ​ການ​ຈັດ​ຕັ້ງ  ​‘’ ກອງ​ທຶນ​ສົ່ງ​ເສີມ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ” ລະຫວ່າງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ ສະ​ຫວັນ​ນະ​ເຂດ  ກັບ  ສະ​ຖາ​ບັນ​ການ​ເງິນ ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ  ໃນ​ຄັ້ງ​ວັນ​ທີ 13 ພຶດ​ສະ​ພາ (05) 2022, ທີ່​ຫ້ອງ​ອາ​ຫານ​ຮຸງ​ທິບ

III ຂໍ້​ມູນ​ກ່ຽວ​ກັບ​ກອງ​ທຶນ

ກອງ​ທຶນ​ສົ່ງ​ເສີມ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນດອກ​ເບ້ຍ 6% ຂອງ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳ​ພັນ ສະ​ໜອງ​ສິນ​ເຊື່ອ​ໃຫ້​ແກ່ ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ

1. ວົງເງິນກູ້ທັງໝົດ: 10 ຕື້ກີບຖ້ວນ ໄລຍະຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ: 5  ປີ

2. ຂໍ້​ມູນ​ພື້ນ​ຖານ​ດ້ານ​ສິນ​ເຊື່ອ:
– ສະ​ກຸນ​ເງິນ: ການ​ປ່ອຍ​ກູ້​ເປັນ​ເງິນ​ກີບ
– ອັດຕາດອກເບ້ຍ: 6% ຕໍ່ ປີ ( 0.5% ຕໍ່​ເດືອນ )
– ໄລ​ຍະ​ກູ້:

ທຶນ​ໝູນ​ວຽນ​ໄລ​ຍະ​ກູ້​ຢືມ  3-5 ປີ
ທຶນ​ຄົງ​ທີ່ ໄລ​ຍະ​ກູ້​ຢືມ 1-2 ປີ
– ວົງ​ເງີນ​ອະ​ນຸ​ມັດ 
– ໄລ​ຍະ​ປອດ​ຕົ້ນ​ທຶນແລະ ດອກ​ເບ້ຍ: ກຳ​ນົດ 6 ເດືອນ​ທຳ​ອິດ ເລີ່ມ​ເດືອນ​ທີ 7 ເປັນ​ຕົ້ນ​ໄປ​ແມ່ນ​ຊຳ​ລະ​ຕົ້ນທຶນ ພ້ອມ ດອກ​ເບ້ຍ.

3. ເງື່ອນ​ໄຂ​ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ

4. ພື້ນ​ທີ່​ໃນ​ການ​ໃຫ້​ສິນ​ເຊື່ອ

5. ວິ​ທີ​ເຂົ້າ​ຮ່ວມກອງ​ທຶນ

  1. ຕ້ອງ​ລົງ​ທະ​ບຽນ​ຄຳ​ຮ້ອງ​ຂໍ​ກູ້​ຈາກ ສູນ​ບໍ​ລິ​ການ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ ທີ່​ຫ້ອງ​ການ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ​ສະ​ຫວັນ​ນະ​ເຂດ, ເບີ​ໂທ 041 253 325 , 020 5406 6512, Email : savanssc@gmail.com
  2. ນຳ​ເອ​ກະ​ສານ​ທັງ​ໝົດ​ທີ່​ໄດ້​ຮັບ​ຈາກ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງ ຢືນ​ຕໍ່​ສະ​ຖາ​ບັນ​ການ​ເງິນ
  3. ສະ​ຖາ​ບັນ​ການ​ເງິນ​ຈະ​ດຳ​ເນີນ​ການ​ຄົ້ນ​ຄວ້າ ແລະ ກວດ​ສອບ​ຫຼັກ​ຊັບ​ຄ້ຳ​ປະ​ກັນ ລວມ​ເຖິງ​ການ​ລົງ​ພື້ນ​ທີ່​ຕົວ​ຈິງ ເພື່ອກວດ​ຫຼັກ​ຊັບ ແລະ ກິດ​ຈະ​ການນັ້ນໆ.
  4. ສະ​ຖາ​ບັນ​ການ​ເງິນ​ຈະ​ໃຊ້​ເວ​ລາ​ໃນ​ການ​ພິ​ຈະ​ລະ​ນາ​ເງິນ​ກູ້​ເປັນ​ເວ​ລາ 07 ວັນ ໃນ​ວັນ​ລັດ​ຖະ​ການ ຫຼັງ​ຈາກ​ໄດ້​ຮັບ​ເອ​ກະ​ສານ​ຄົບ​ຖ້ວນ​ພ້ອມ​ທັງ​ໄດ້​ລົງ​ກວດ​ກາ​ຫຼັກ​ຊັບ​ຄ້ຳ​ປະ​ກັນ ແລະ ກວດ​ກິ​ຈະ​ການ​ຮຽນ​ຮ້ອຍ​ແລ້ວ

 IV ບົດ​ລາຍ​ງານ​ການ​ສະ​ໜອງ​ທຶນ ດອກ​ເບ້ຍ 6% ຕໍ່​ປີ ຂອງ ສກ​ຈ​ຮ​ສ​ສ.ສ​ຂ

ບົດ​ລາຍ​ງານຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂອງກອງ​ທຶນ ​ປະ​ຈຳ​ປີ 2022 ໂດຍ​ສັງ​ເຂບ

ກອງ​ທຶນສົ່ງເສີມ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໃນການເຂົ້າຫາແຫຼ່ງທຶນ ດອກເບ້ຍ 6% ຕໍ່ປີ ຂອງ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ໄດ້​ມີ​ການ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 15 ພຶດ​ສາ​ພາ 2022 ເຖິງ 30/12/2022,   ຄະ​ນະ​ ຮັບ​ຜິດ​ຊອບຈັດ​ຕັ້ງ​ປະ​ຕິ​ບັດ​ກອງ​ທຶນ ​ໄດ້​ເປີດ​ມີ​ການ​ເຜີຍ​ແຜ່​ຢ່າງ​ເປັນ​ທາງ​ການ ຈຳ​ນວນ 03 ຄັ໊ງ ແລະ ໃຫ້​ການ​ບໍ​ລິ​ການ ແລະ ຄຳ​ປຶກ​ສາ​ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນດັ່ງ​ກ່າວ ຈຳ​ນວນ 30 ຄັ້ງ ​ໃນ​ປີ 2022 ຜ່ານ​ມາ, ເຊີ່ງ​ສາ​ມາດ​ເກັບ​ກຳ​ສະ​ຖິ​ຕິ​ໄດ້ ຈຳ​ນວນ 260 ຫົວ​ໜ່ວຍທຸ​ລະ​ກິດ​ທີ່​ໃຫ້​ຄວາມ​ສົນ​ໃຈ. ໃນ​ນັ້ນ ປະ​ກອບ​ມີ ຂະ​ແໜງ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ, ຫັດ​ຖະ​ກຳ, ການ​ບໍ​ລິ​ການ, ການ​ຄ້າ ແລະ ຂະ​ແໜງ​ກະ​ສິ​ກຳ ປູກ​ຝັງ ແລະ ລ້ຽງ​ສັດ.

ຜ່ານ​ການ​ເຜີຍ​ແຜ່ ແລະ ໃຫ້​ຄຳ​ປຶກ​ສາໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ດັ່ງ​ກ່າວ ເຫັນ​ວ່າ​ມີ​ຜູ້​ປະ​ກອບ​ການ ໄດ້ປະ​ກອບ​ແບບ​ຟອມພ້ອມ​ເອ​ກະ​ສານຂໍ​ທຶນ ​ນຳ​ກອງ​ທຶນ​ ຈຳ​ນວນ 5 ຫົວ​ໜ່ວຍ​ທຸ​ລະ​ກິດ ໃນວົງ​ເງິນ​ສະ​ເໜີ​ກູ້ ລວມມູນ​ຄ່າ 780,000,000 ກີບ ແລະ ສາ​ມາດອະ​ນຸ​ມັດໄດ້ ຈຳ​ນວນ  03 ສັນ​ຍາ ມູນ​ຄ່າ 480 ລ້ານ ກີບ.  ແລະ ສ່ວນ​ຜູ້​ປະ​ກອບ​ການ​ສ່ວນ​ທີ່​ເຫຼືອ ຍັງ​ຄົງກະ​ກຽມ​ບັນ​ດາ​ເອ​ກະ​ສານ​ຕ່າງໆໃຫ້​ຖ​ືກ​ຕ້ອງຕາມ​ເງື່ອນ​ໄຂ​ຂອງກອງ​ທຶນ.

ຮູ​ບ​ພາບ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ

ຂະແໜງຫັດຖະກຳຕໍ່າແຜ່ນ

ຂະແໜງຫັດຖະກຳຕໍ່າແຜ່ນ

ເພື່ອ​ຮັບ​ປະ​ກັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ຂອງ​ໂຄງ​ການ ໃຫ້​ສາ​ມາດ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄາດ​ໝາຍ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ ໄດ້​ເປັນ​ຢ່າງ​ດີ ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ ໄດ້​ມີ​ການປະ​ຊຸມ ແລະ ປຶກ​ສາ​ຫາ​ລື ພ້ອມ​ດ້ວຍ ການ​ກຳ​ນົດ​ໄລ​ຍະ​ເວ​ລາການ​ຈັດ​ຕັ້ງປະ​ຕິ​ບັດໂຄງກ​ານ ແລະ ໃຫ້​ມີ​ການ​ປະ​ເມີນ​ຜົນໄລ​ຍະ 6 ເດືອນ​ເບື້ອງ​ຕົ້ນ ເພື່ອ​ແກ້​ໄຂ​ບັນ​ດາ​ອຸ​ປ​ສັກ ແລະ ຂໍ້​ຫຍຸ້ງ​ຍາກ ໃຫ້​ແກ່​ຈຸນ​ລະ​ວິ​ສາ​ຫະ​ກິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ສາ​ມາດ​ເຂົ້າ​ຫາ​ແຫຼ່ງ​ທຶນ 6% ຕໍ່ ປີ ໄດ້​ສະ​ດວກ​ຂື້ນ.

ຮູບ​ການກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ຂອງ ສ​ຄອ.ສ​ຂ ຮ່ວມ​ກັບ ​ສ​ກ​ຈ​ຮສ​ສ.ສ​ຂ

ກ່ຽວກັບພວກເຮົາ

  • ຂະແໜງການຂອງ ສຄອ.ສຂ
  • ດຳລັດ ສຄອ
  • ຂ່າວສານ
  • ກິດຈະກໍາ

ບໍລິການ

  • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
  • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
  • ວຽກງານ ບໍລິການອອກໃບຢັ້ງຢືນແຫລ່ງກຳເນິດສິນຄ້າ
  • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
  • ວຽກງານ ເຊົ່າຫ້ອງປະຊຸມ

ທີ່ຢູ່ ແລະ ຕິດຕໍ່

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ
ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ

ການຕິດຕໍ່
ໂທ: 856 41 253326 ແຟັກ: 856 41 253326
ອີເມວ: savannakhet.lao@gmail.com
Facebook: SavannaketCCI
Website: www.svk.laocci.com

ຜູ້ເຂົ້າຊົມເວັບໄຊ

  • 0
  • 0
  • 11
  • 54
  • 1,446
  • 2,870
ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ | ພັດທະນາໂດຍ: X-Service
  • Jobs
  • ການສົ່ງເສີມ
  • ການບໍລິການ ຂອງ ສຄອ.ສຂ
    • ກອງທຶນສົ່ງເສີມ ຈຸນລະວິສາຫະກິດ
    • ກອງທຶນສົ່ງເສີມວິສາຫະກິດ
    • ບໍລິການດ້ານການຕະຫຼາດ
    • ບໍລິການດ້ານຈັບຄູ່ທຸລະກິດ
    • ບໍລິການຝຶກອົບຮົມ
    • ບໍລິການໃຫ້ຄຳປຶກສາ ໃນການເຂົ້າຫາແຫຼ່ງທືນ
  • ກິດຈະກໍາ
  • ກຸ່ມ​ການ​ຄ້າ​ ນຳ​ເຂົ້າ ແລະ ສົ່ງ​ອອກ
  • ກຸ່ມສະມາຄົມ ທີ່ຂື້ນກັບ ສຄອ.ສຂ
  • ກຸ່ມບໍ​ລິ​ສັດ ກໍ່​ສ້າງ
  • ກຸ່ມ​ໂຮງ​ແຮມ​, ເຮືອ​ນ​ພັກ ແລະ ຮ້ານ​ອາ​ຫານ
  • ຂໍ້ມູນການລົງທຶນ
  • ຂໍ້ມູນແຂວງສະຫວັນນະເຂດ
  • ຂະແໜງການຂອງ ສຄອ.ສຂ
  • ຂ່າວສານ
  • ຄວາມເປັນມາ ສບວ.ສຂ
  • ຄະນະບໍລິຫານງານ ສຄອ.ສຂ
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ I – VII
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ II
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ III
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ IV
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ V
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VI
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VII
  • ຄະນະບໍລິຫານງານ ສຄອ.ສຂ ຊຸດທີ VIII
  • ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ
  • ສບວ.ສຂ
  • ສະພາການຄ້າ ແລະ ອຸດສາຫະກຳແຂວງ
  • ສະມາຄົມ ຂົນສົ່ງສິນຄ້າ
  • ສະ​ມາ​ຄົມ​ ອຸ​ດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ໄມ້
  • ດາວໂຫຼດ
  • ດຳລັດ ສຄອ
  • ຕິດຕໍ່ສອບຖາມ
  • ບົດລາຍງານ
  • ປະໂຫຍດຂອງການເຂົ້າເປັນສະມາຊິກ ສຄອ.ສຂ
  • ພາລະບົດບາດຂອງ ສຄອ.ສຂ
  • ລາຍຊື່ສະມາຊິກ
  • ລາຍຊື່ສະມາຊິກປີ 2019
  • ລາຍຊື່ສະມາຊິກປີ 2020
  • ລາຍຊື່ສະມາຊິກປີ 2021
  • ລາຍຊື່ສະມາຊິກປີ 2022
  • ວຽກງານ ຕາງໜ້າຜູ້ໃຊ້ແຮງງານ
  • ວຽກງານ ບໍລິການອອກໃບຢັ້ງຢືນແຫຼ່ງກຳເນິດສິນຄ້າ
  • ວຽກງານ ປະຊຸມພົບປະພາກລັດ ແລະ ພາກທຸລະກິດ
  • ວຽກງານ ວາງສະແດງສິນຄ້າ ແລະ ຂໍ້ມູນຂ່າວສານ
  • ວຽກງານ ເຊົ່າຫ້ອງປະຊຸມ
  • ໜ້າຫຼັກ
  • ຮູບພາບກິດຈະກຳ ແລະ ການເຄື່ອນໄຫວ
  • ເວັບລີ້ງ
  • ແຈ້ງການ
  • ໂຄງຮ່າງການຈັດຕັ້ງຂອງ ສຄອ.ສຂ ຊຸດທີ VIII
  • ໃບສະໝັກເຂົ້າເປັນສະມາຊິກ ສຄອ.ສຂ
ສະພາການຄ້າ ແລະ ອຸດສາຫະກຳ
  • ←
  • Facebook
  • Facebook Messenger