ໃນຄັ້ງວັນທີ 05/02/2025 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຂວງ ໄດ້ຈັດຕັ້ງກອງປະຊຸມ ສະຫລຸບວຽກງານການເຄື່ອນໄຫວ ປະຈຳປີ 2024 ແລະ ຜ່ານແຜນການເຄື່ອນໄຫວ ປະຈຳປີ 2025 ຂອງສູນບໍລິການ ວິສາຫະກິດຂະຫນາດນ້ອຍ ແລະ ກາງແຂວງ. ໂດຍການເປັນປະທານ ຂອງທ່ານ ສາຍສະຫມອນ ກວານເມືອງຈັນ ປະທານ ສບວ.ສຂ ແລະ ມີບັນດາທ່ານ ຄະນະຊີ້ນຳ ແລະ ຄະນະກຳມະການ ພ້ອມດ້ວຍ ວິຊາການ ສບວ.ສຂ ກໍໄດ້ເຂົ້າຮ່ວມ