ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ ຂໍຖືເປັນກຽດແຈ້ງມາຍັງທ່ານ ອຳນວຍການບໍລິສັດ ແລະ ໂຮງງານ ຊາບວ່າ ການບໍລິການ ການອອກຟອມຊີໂອ (CO) ຂອງ ສຄອ.ສຂ ຈະແມ່ນໃຫ້ການບໍລິການປົກກະຕິ ພຽງແຕ່ 2 ວັນ ຕໍ່ໜ້າຄື: ວັນອັງຄານ ແລະ ວັນພະຫັດ, ເຊີ່ງຈະເລີ່ມຈັດຕັ້ງປະຕິບັດ ແຕ່ ວັນທີ 01 ເມສາ (04) 2020 ເປັນຕົ້ນໄປ ຈົນຮອດວັນທີ 11/04/2020 ແລະ ຈະໄດ້ປິດບໍລິການໃນຊ່ວງໄລຍະປິໃໝ່ລາວ ຈົນຮອດ ວັນທີ 19/04/2020 ວັນທີ 20/04/2020 ຈື່ງໄດ້ເປີດທຳການຢ່າງເປັນປົກກະຕິ (ຖ້າບໍ່ມີການແຈ້ງການ ປ່ຽນແປງຂອງພາກລັດ)
ປະດັບຫຼຽນໄຊແຮງງານ ໃຫ້ຜູ້ມີຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ກອງປະຊຸມສະຫຼຸບການແຂ່ງ ຂັນ-ຍ້ອງຍໍຮັກຊາດ ແລະພັດທະ ນາ(2016-2020) ແລະພິທີປະ ກາດຂໍ້ແຂ່ງຂັນຮັກຊາດ ແລະພັດ ທະນາແຂວງສະຫວັນນະເຂດ (2021-2025) ໄດ້ຈັດຂຶ້ນຢ່າງ ເປັນທາງການໃນວັນທີ 6 ທັນ ວາ 2022 ທີ່ຫໍວັດທະນະທຳໄກ ສອນພົມວິຫານ ພາຍໃຕ້ການ ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ທັງເປັນປະທານ ຄະນະຊີ້ນຳຂັ້ນແຂວງກ່ຽວກັບ ການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ ເຊິ່ງມີການນຳ ພັກ-ລັດຂັ້ນແຂວງ, ຂັ້ນເມືອງ ຈາກ14 ເມືອງ ແລະນະຄອນໄກ ສອນພົມວິຫານ ຕະຫຼອດເຖິງ ບັນດານັກທຸລະກິດ, ສະຖາບັນ ການສຶກສາພາກລັດ-ເອກະຊົນ, ຜູ້ຊົງຄຸນວຸດທິ, ແຂກຖືກເຊີນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ. ໂອກາດກ່າວເປີດພິທີ, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ແມ່ນ ມີຄວາມໝາຍສຳຄັນຢ່າງຍິ່ງ ເຊິ່ງບໍ່ສະເພາະແຕ່ເປັນການສະRead more
ກອງບັນຊາການທະຫານແຂວງຈັດພິທີຮັບເອົາຊາວໜຸ່ມຊາຍສະກັນເຂົ້າເປັນທະຫານພັນທະປະຈຳປີ 2022 ຢູ່ທີ່ສະໂມສອນກອງບັນຊາການ ທະຫານນະຄອນໄກສອນ ພົມວິ ຫານ ໄດ້ຈັດພິທີຮັບຊາວໜຸ່ມຊາຍ ສະກັນເຂົ້າເປັນທະຫານພັນທະ ປ້ອງກັນຊາດປະຈຳປີ 2022 ຂຶ້ນ ໃນວັນທີ 5-6 ມັງກອນ 2023 ນີ້ ໂດຍການເປັນປະທານຂອງສະ ຫາຍພັນເອກ ຄຳພຽນ ຈິດຕະມະນີ ຮອງຫົວໜ້າກົມກຳລັງພົນກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ ແລະສະຫາຍ ພັນໂທ ແກ້ວ ຄຳ ບຸນເລີຍ ຮອງຫົວໜ້າຫ້ອງເສ ນາທິການທະຫານແຂວງສະຫວັນ ນະເຂດ ພ້ອມດ້ວຍບັນດາສະຫາຍວິຊາການທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມ. ໃນພິທີ ຍັງໄດ້ມີການຜັດປ່ຽນ ກວດກາສຸຂະພາບ ແລະສຳພາດ ຕອບຄຳຖາມຄວາມຮູ້ຮອບຕົວ ຊາວໜຸ່ມຊາຍສະກັນຜູ້ທີ່ຈະເຂົ້າ ເປັນທະຫານພັນທະປະຈຳປີ 2022 ນີ້. ການກວດກາສຸຂະພາບ ແລະສຳພາດໄດ້ແບ່ງເປັນ 2 ຈຸ ຄື: ຈຸທີ 1 ແມ່ນຈະມອບສົ່ງໃຫ້ກອງ ພົນທະຫານຮາບທີ 4 ແລະຈຸທີ 2Read more
ທ່ານ ບຸນໂຈມ ອຸບົນປະເສີດ ຮັກສາການເຈົ້າແຂວງສະຫວັນນະເຂດ ຄົນໃໝ່ ໃນຕອນເຊົ້າວັນທີ 6 ກຸມພາ 2023 ທີ່ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບໜ້າທີ່ເລຂາຄະນະບໍລິ ຫານງານພັກແຂວງ-ຮັກສາການ ເຈົ້າແຂວງສະຫວັນນະເຂດລະ ຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກອະດີດ ເລຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງສະຫວັນນະ ເຂດ (ຜູ້ເກົ່າ) ແລະທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງ ຮັກສາການເຈົ້າແຂວງສະ ຫວັນນະເຂດ (ຜູ້ໃໝ່) ໂດຍການ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ຂອງ ພະນະທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກຮອງປະທານ ປະເທດ ແຫ່ງ ສປປ ລາວ, ມີ ການນຳຂັ້ນສູນກາງ-ທ້ອງຖິ່ນ, ແຂກທີ່ຖືກເຊີນ ພ້ອມດ້ວຍການຈັດ ຕັ້ງທີ່ກ່ຽວຂ້ອງເຂົ້່າຮ່ວມຢ່າງ ພ້ອມພຽງ ໃນພິທີ,Read more
ໃນວັນທີ 10 ກຸມພາ 2023, ທ່ານ ໂພສີສ້ອຍ ກຸທິລາດ ກຳ ມະການພັກແຂວງ ຫົວໜ້າພະ ແນກ ຖວທ ແຂວງສະ ຫວັນນະເຂດ ລົງຕິດຕາມຊຸກຍູ້ການເກັບກຳຂໍ້ ມູນ ແລະຂຸດຄົ້ນທາງ ດ້ານບູຮານ ວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ, ໂດຍມີທ່ານ ສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງຮອງ ເຈົ້າເມືອງໄຊບູລີ ຮ່ວມພາທາງ ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະ ທຳແຂວງສະຫວັນນະເຂດ ທີ່ເຂົ້າ ຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະຊ່ຽວຊານຈາກສະຖາ ບັນຝຣັ່ງ ແຫ່ງພາກຕາເວັນອອກ ໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ, ປະ ຈຸບັນແຂວງສະຫວັນນະເຂດເປັນ ຜູ້ເກັບຮັກສາໄວ້, ຈາກການສໍາ ຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວRead more
ເນື່ອງໃນໂອກາດການສະເຫລີມສະຫລອງ ວັນຄ້າຍວັນເກິດທ່ານ ພູນ ສີປະເສີດ ຄົບຮອບ 103ປີ ຫ້ອງການສະພາການຄ້າ ພ້ອມດ້ວຍຄະນະປະທານ ຄະນະບໍລິຫານງານ ສະມາຄົມນັກທຸລະກິດຍິງ ສະມາຊິກ ແລະ ພະນັກງານ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຮ່ວມກັນວາງດອກໄມ້ສົດ ທີ່ອະນຸສາວະລີ ເພື່ອຈາລຶກບຸນຄຸນ ແດ່ທ່ານ
ໃນຕອນເຊົ້າຂອງວັນທີ 23 ກຸມພາ 2023, ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຂວງ, ກອງປະຊຸມ ສະຫລຸບວຽກງານການເຄື່ອນໄຫວ ປີ 2022 ແລະ ວາງທິດທາງແຜນການເຄື່ອນໄຫວ ປີ 2023 ຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງສະຫວັນນະເຂດ
ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ລະຫວ່າງຄະນະບໍລິ ຫານທຸລະກິດ ມະຫາວິທະຍາໄລ ສະຫວັນນະເຂດ (ມຂ)ກັບຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ ແລະສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນ ນະເຂດ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2023 ທີ່ສູນການຄ້າສະ ຫວັນ-ໄອເຕັກ, ພ້ອມນັ້ນໃນໂອ ກາດນີ້ກໍ່ຍັງຈັດໃຫ້ມີພິທີເປີດງານ ຕະຫຼາດນັດແຮງງານ ແລະຈັດ ງານວາງສະແດງສິນຄ້າ ແລະ ການບໍລິການຂຶ້ນ. ໃຫ້ກຽດເຂົ້າ ຮ່ວມໃນ ພິທີຄັ້ງນີ້ໂດຍ ມີທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ປອ ສຸລິຍົງ ໄຊໂກ ສີຮັກສາ ການອະທິການບໍດີ ມຂ, ທ່ານ Michael Ronning The USAID Representative To Lao PDRRead more
ເຈົ້າແຂວງສະຫວັນນະເຂດເນັ້ນ: ການປ່ຽນແປງໂສມໜ້າໃໝ່ທີ່ມີລັກສະນະບຸກທະລຸ ພາຍຫຼັງທີ່ທ່ານ ບຸນໂຈມ ອຸ ບົນປະເສີດ ໄດ້ຮັບແຕ່ງຕັ້ງເປັນ ເຈົ້າແຂວງສະຫວັນນະເຂດ ຄົນ ໃໝ່ ຈຶ່ງໄດ້ຈັດພິທີພົບປະໂອ້ລົມ ບັນດາພະນັກງານຫຼັກແຫ່ງພາຍ ໃນແຂວງສະຫວັນນະເຂດ ໃນ ຕອນ ເຊົ້າຂອງວັນທີ 6 ມີນາ 2023 ນີ້, ຢູ່ທີ່ສະໂມສອນຂອງຫ້ອງວ່າ ການປົກຄອງແຂວງ ໂດຍມີບັນດາ ພະນັກງານຈາກກົມກອງ, ພະ ແນກການອ້ອມຂ້າງແຂວງ, ອົງ ການທຽບເທົ່າ, ກໍາລັງ ປກສ-ປກຊ 14 ເມືອງ, 1 ນະຄອນ ແລະ ແຂກ ທີ່ຖືກເຊີນເຂົ້າຮ່ວມ ໂອກາດໂອ້ລົມໃນຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ ກ່າວຍ້ອງຍໍຊົມເຊີຍບັນດາຜົນ ງານຕ່າງໆທີ່ພະນັກງານຫຼັກ ແຫຼ່ງພາຍໃນແຂວງປະຕິບັດໄດ້ ໃນໄລຍະຜ່ານມາສາມາດຕີລາ ຄາສູງຕໍ່ຄວາມພະຍາຍາມ, ຄວາມສູ້ຊົນຂອງພະນັກງານ ຫຼັກແຫຼ່ງທີ່ໄດ້ບຸກບືນ, ສູ້ຊົນພ້ອມ ກັນຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມຕິດພັນ ກັບບັນດາວຽກງານຂອງຂະ ແໜງການຕົນເຖິງແມ່ນວ່າ ສະພາບເສດຖະກິດ-ການເງິນRead more
ຄັ້ງວັນທີ 13-14/02/2025 ທີ່ໂຮງແຮມຈຳປາສັກແກນ ແຂວງຈຳປາສັກ ກອງເລຂາສະພາການຄ້າແລະ ອຸດສາຫະກຳແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມ ລະດົມແນວຄວາມຄິດກ່ຽວກັບແຜນປະຊາຄົມເສດຖະກິດອາຊຽນພາຍຫລັງປີ 2025 ແລະ ກອງປະຊຸມເຜີຍແຜ່ຜົນສຳເລັດການເປັນປະທານອາຊຽນຂອງ ສປປາວ
ໃນວັນທີ 14/2/2025, ຄະນະສະພາການຄ້າແລະອຸດສາຫະກຳແຂວງສະຫວັນນະເຂດ ແລະ ສະມາຄົມການສຶກສາພາກເອກະຊົນ ໄດ້ເຂົ້າຮ່ວມ ວາງກະຕ່າດອກໄມ້ ແລະ ດອກໄມ້ ເນື່ອງໃນໂອກາດ ສະຫລອງວັນເກີດ ທ່ານ
ໃນຄັ້ງວັນທີ 05/02/2025 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຂວງ ໄດ້ຈັດຕັ້ງກອງປະຊຸມ ສະຫລຸບວຽກງານການເຄື່ອນໄຫວ ປະຈຳປີ 2024 ແລະ ຜ່ານແຜນການເຄື່ອນໄຫວ ປະຈຳປີ
ໃນຄັ້ງວັນທີ 20-24 / 01 / 2025 ທີ່ໂຮງແຮມຮຸ່ງເຮືອງ ສະພາການຄ້າແລະ ອຸດສາຫະກຳແຂວງໄດ້ ແຕ່ງຕັ້ງວິຊາການ ສຄອ.ສຂ ເຂົ້າຮ່ວມ
ສະພາການຄ້າແລະ ອຸດສາຫະກຳແຂວງ ຮ່ວມກັບ ກຸ່ມບໍລິສັດ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ນຳພາຜູ້ປະກອບການເຂົ້າຮ່ວມທັດສະນະສຶກສາ ພາຍໃຕ້ໂຄງການສົ່ງເສີມການຕະຫລາດ ສິນຄ້າປອດໄພ ແລະ ສິນຄ້າກະເສດອີນຊີ ປະຈຳປີ 2025
ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024 ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024,
ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ
ຫ້ອງການເລກທີ 305/23, ຖະໜົນອຸດົມສິນ, ບ້ານສຸນັນທາ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປລາວ
ການຕິດຕໍ່
ໂທ: 856 41 253326 ແຟັກ: 856 41 253326
ອີເມວ: savannakhet.lao@gmail.com
Facebook: SavannaketCCI
Website: www.svk.laocci.com